ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບເອກອັກຄະລັດຖະທູດ ຮູງກາຣີ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບເອກອັກຄະລັດຖະທູດ       ຮູງກາຣີ - ảnh 1
ທ່ານ​ນາຍົກລັດຖະມົນຕີ  Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ Eszter Torda ​ເອກ​ອັກຄະ​ລັດຖະທູດ ຮູ​ງກາຣີ
ພາບ: internet

(vovworld) - ຕອນ​ບ່າຍ​ວັນ​ທີ 3/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ  Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ Eszter Torda ​ເອກ​ອັກຄະ​ລັດຖະທູດ ຮູ​ງກາຣີ ​ເຂົ້າ​ຢ້ຽມ​ຂຳ່ນັບ​ເນື່ອງ​ໃນ​ໂອກາດມາ​ຮັບ​ຫນ້າ​ທີ່​ການ​ທູດ ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ຫນັກ​ວ່າ ຫວຽດນາມ ​ແລະ ຮູ​ງກາຣີ ​ແມ່ນ​ສອງ​ປະ​ເທດ​ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ດົນ​ນານ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ ຫວຽດນາມ ພ້ອມ​​ແລ້ວ​ສະຫນັບສະຫນູນ ຮູ​ງກາຣີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ພ້ອມ​ທັງ​ປາດ​ຖະຫນາ​ຢາກ      ຮູ​ງກາຣີ ສະຫນັບສະຫນູນ ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ສະຫະພາບ​ເອີ​ລົບ, ຮັບ​ຮູ້ ຫວຽດນາມ ​ເປັນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ໂດຍ​ໄວ ພ້ອມ​ທັງ ສະ​ເຫ​ນີວ່າ:  ສອງປະ​ເທດ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ, ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ທ່ານນາງ Eszter Torda ​ເອກ​ອັກຄະ​ລັດຖະທູດ ຮູ​ງກາຣີ ​ໄດ້​ຢືນຢັນ​ວ່າ: ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ