ທ່ານນາຍົກລັດຖະມົນຕີ Nguyen Tan Dung ເປັນເຈົ້າພາບກອງປະຊຸມການລົງທຶນທົ່ວປະເທດ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ເປັນເຈົ້າພາບກອງປະຊຸມການລົງທຶນທົ່ວປະເທດ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳເຫັນທີ່ກອງປະຊຸມ

(vovword) -  ຕອນ​ເຊົ້າ​ວັນ​ທີ 4/7 ຢູ່ ສູນ​ກອງ​ປະຊຸມ​ແຫ່ງ​ຊາດ My Dinh, ນະຄອນ Ha Noi, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແຜນການ​ລົງທຶນ​ທົ່ວ​ປະ​ເທດ ​ແນະນຳ​ການ​ຜັນ​ຂະຫຍາຍ​ສ້າງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013 ​ແລະ ​ແຜນການ​ລົງທຶນ​ຈາກ​ງົບປະມານ​ແຫ່​ງລັດ​ໃນ​ໄລຍະ 3 ປີ (2013 - 2015). ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໃຫ້​ຮູ້​ວ່າ: ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ 6 ​ເດືອນຕົ້ນ​ປີ​ບັນລຸ​ໄດ້​ບັນດາ​ໝາກຜົນ​ຢ່າງຮອບດ້ານ, ຖືກ​ທິດ​ໃນ​ບັນດາ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ຊີ້​ແຈງ​ວ່າ: ຢາກ​ຮັກສາ​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ເໝາະ​ສົມ 5,2 - 5,7% ​ຂອງທັງ​ປີ, ຕ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກຢ່າງຂ້ຽວຂາດ, ພິ​ເສດ​ແມ່ນ​ດ້ານ​ທຶນຮອນ, ຕະຫລາດ ​ເພື່ອ​ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ເປັນ​ຕົ້ນ​ແມ່ນ​ການ​ຜະລິດ​ກະສິກຳ, ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ, ວິ​ສາ​ຫະກິດ​ສົ່ງ​ອອກ ​ແລະ ອຸດສາຫະກຳ​ສຳຮອງ​ຕິດ​ພັນ​ກັບ​ການ​ຍຸູ້​ແຮງ​ສົ່ງ​ເສີມ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ, ຫນູນ​ຊ່ວຍ​ກຳລັງ​ຊື້​ຂອງ​ຕະຫລາດ​ພາຍ​ໃນ. ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຮີບ​ເຮັ່ງ​ປ່ອຍ​ເງິນ​ຢ່າງ​ວ່ອງ​ໄວ ​ແລະ ​ນຳ​ໃຊ້ແຫ​ລ່ງທຶນຈາກ​ງົບປະມານ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ເກັບ​ລາຍ​ຮັບ​ງົບປະ​ມານ​ຢ່າ​ງ​ເຂັ້ມ​ງວດ, ບໍ່​ໃຫ້​ເກີດ​ການ​ຮົ່ວ​ໄຫລ.

ຊາບ​ຊືມ​ ເນື້ອ​ໃນ​ຈິດ​ໃຈ​ສ້າງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013 ຢ່າງ​ຈະ​ແຈ້ງ, ສືບ​ຕໍ່​ປັບປຸງ ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້, ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ຫນັກ​ວ່າ: ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຕ້ອງ​ແກ້​ໄຂ​ສະພາບ​ການ​ລົງທຶນ​​ແບບ​ກະຈັດ​ກະ​ຈາ​ຍ, ຮົ່ວ​ໄຫລ, ບໍ່​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ