ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ຍູ້​​ໄວ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເຂັມ​ທີ 3 ແລະ ເຂັມ​ທີ 4

(VOVWORLD) -ຕໍ່ໜ້າການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງ ພະຍາດໂຄວິດ - 19, ເປັນຕົ້ນແມ່ນການປະກົດຂຶ້ນເຊື້ອໄວຣັ້ດສາຍພັນໃໝ່ BA.
""""
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ຍູ້​​ໄວ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເຂັມ​ທີ 3 ແລະ ເຂັມ​ທີ 4 - ảnh 1ສັກວັກຊິນໃຫ້ແກ່ປະຊາຊົນ (ພາບ: baochinhphu.vn)

5 ຂອງເຊື້ອໄວຣັດ SARS-CoV-2 ແລະ ໄດ້ແຊກຊືມເຂົ້າຫວຽດນາມ ເຮັດໃຫ້ເພີ່ມຂຶ້ນຄວາມສ່ຽງເກີດພະຍາດໂຄວິດ - 19 ຄືນໃໝ່, ວັນທີ 2 ກໍລະກົດ, ຫ້ອງວ່າການລັດຖະບານໄດ້ປະກາດໃຊ້ເອກະສານຖ່າຍທອດຄຳເຫັນ ຊີ້ນຳຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19.

ຕາມນັ້ນແລ້ວ, ເພື່ອເພີ່ມທະວີການຄວບຄຸມພະຍາດໂຄວິດ - 19, ສ້າງເງື່ອນໄຂສະດວກໃຫ້ແກ່ການຍູ້ແຮງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກຮີບດ່ວນ, ເດັດດ່ຽວກ່ວາອີກ ໃນການຊຸກຍູ້, ໜູນຊ່ວຍທ້ອງຖິ່ນຍູ້ໄວການສັກວັກຊິນກັນໂຄວິດ - 19 ຕາມເປົ້າໝາຍຂອງລັດຖະບານ, ເຊິ່ງຕ້ອງຮັບປະກັນຄວາມປອດໄພ, ວິທະຍາສາດ, ປະສິດທິຜົນ. ຮັບປະກັນການສະໜອງຢຸກຢາປິ່ນປົວພະຍາດ, ຜະລິດຕະພັນການຢາ, ວັດຖຸອຸປະກອນຮັບໃຊ້ການປິ່ນປົວພະຍາດ ແລະ ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19 ໃນທົ່ວປະເທດຢ່າງຄົບຖ້ວນ ແລະ ທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ