ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຊຸກຍູ້ວິໄສທັດກ່ຽວກັບໂລກປອດອາວຸດນິວເຄຼຍ

(VOVWORLD) -ໂລກບໍ່ຄວນຖືເບົາປະຫວັດສາດ, ເມື່ອອາວຸດນິວເຄຼຍບໍ່ໄດ້ນຳໃຊ້ໃນຕະຫຼອດ 77 ປີຜ່ານມາ.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຊຸກຍູ້ວິໄສທັດກ່ຽວກັບໂລກປອດອາວຸດນິວເຄຼຍ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida
(ພາບ: Kyodo/TTXVN)

ວັນທີ 14 ມັງກອນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ວິໄສທັດກ່ຽວກັບໂລກປອດອາວຸດນິວເຄຼຍທີ່ກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7).

ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວຢູ່ ວໍສິງຕັນ ເນື່ອງໃນໂອກາດການໄປຢ້ຽມຢາມ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ເນັ້ນໜັກວ່າ ໂລກບໍ່ຄວນຖືເບົາປະຫວັດສາດ, ເມື່ອອາວຸດນິວເຄຼຍບໍ່ໄດ້ນຳໃຊ້ໃນຕະຫຼອດ 77 ປີຜ່ານມາ. ທ່ານເວົ້າຕື່ມອີກວ່າ, ທີ່ກອງປະຊຸມຈະມາເຖິງ, ກຸ່ມ G7 ຈະຢືນຢັນຄຳໝັ້ນສັນຍາສ້າງ “ຄວາມເປັນລະບຽບຮຽບຮ້ອຍໃໝ່ ໂດຍອີງໃສ່ການເຄົາລົບກົດໝາຍ”.

ອາເມລິກາ ແມ່ນປະເທດສຸດທ້າຍໃນການໄປປະຕິບັດງານທີ່ແກ່ຍາວເປັນເວລາ 1 ອາທິດ ຂອງທ່ານນາຍົກລັດຖະມົນຕີ Fumio Kishida ຊື່ງໄດ້ໄປເຖິງ 5 ປະເທດ G7. ນີ້ແມ່ນການໄປປະຕິບັດງານທຳອິດເຖິງ ວໍຊິງຕັນ ຂອງການນຳ ຍີ່ປຸ່ນ ພາຍຫຼັງທ່ານຮັບດຳລົງຕຳແໜ່ງໃນເດືອນ ຕຸລາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ