ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres

(VOVWORLD) - ຕອນບ່າຍວັນທີ 21 ກັນຍາ, ຢູ່ສຳນັກງານ ສປຊ, ຢູ່ ນິວຢອກ, ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres. 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ແລະ ສປຊ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງສາກົນ, ແກ້ໄຂບັນດາຈຸດຮ້ອນເຮັ່ງ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມນັ້ນ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຕັ້ງໜ້າສົມທົບກັບບັນດາອົງການຈັດຕັ້ງໃນລະບົບສປຊ ເພື່ອຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມື, ເປັນຕົ້ນແມ່ນການຮັບປະກັບຄວາມໝັ້ນຄົງສາກົນ, ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ຢູ່ຫຼາຍຈຸດຮ້ອນເຮັ່ງ, ຫັນປ່ຽນເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ, ປະຕິບັດຄວາມຍຸຕິທຳສັງຄົມ, ບໍ່ປະໃຫ້ໃຜຖືກຕົກຢູ່ທາງຫຼັງ.

ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງ ຫວຽດນາມ ທີ່ສະຫງວນໃຫ້ແກ່ ສປຊ ໃນທຸກຂົງເຂດເຄື່ອນໄຫວບຸລິມະສິດ, ພິເສດແມ່ນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ການປ່ຽນແປງຂອງດິນຟ້າອາກາດ,ການພັດທະນາແບບຍືນຍົງ, ຮັບປະກັນສິດທິມະນຸດ… ເປັນຕົ້ນແມ່ນບັນດາຄຳໝັ້ນສັນຍາຢ່າງແຮງກ່ຽວກັບການປະຕິບັດ SDGs, ການກະທຳກ່ຽວກັບດິນຟ້າອາກາດ, ການຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ການຕອ້ນຮັບບາງວິສາຫະກິດແຖວໜ້າ ອາເມລິກາ ແລະ ໂລກໃນບັນດາຂົງເຂດເຕັກໂນໂລຢີ, ການບິນຄື: Apple Inc., Boeing, Google, Siemens Healthineers.  ການນຳຂັ້ນສູງບັນດາກຸ່ມບໍລິສັດໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນຕະຫຼາດ, ສະຖານທີ່ຜະລິດສຳຄັນທີ່ສຸດ, ຫວຽດນາມ ແລະ ອາເມລິກາ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມື, ທ່ານຕີລາຄາສູງ ບັນດາການກຳນົດໃຫຍ່ກ່ຽວກັບການຮ່ວມມືດ້ານນະວັດຕະກຳ, ວິທະຍາສາດ ເຕັກໂນໂລຢີ ໃນຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຍົກອອກບັນດາຂໍ້ສະເໜີກ່ຽວກັບການຮ່ວມມື, ລົງທຶນລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ