ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ວິ​ວັດ​ການ​ສັບ​ຊ້ອນ​ຫົວ​ໜ່ວຍບໍ​ລິ​ຫານ​​ຮັບ​ປະ​ກັນ​ຢ່າງຖືກ​ຕ້ອງ​ຕາມ​ຄວາມ​ຄື​ບ​ໜ້າ, ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ”

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງ, ຂະແໜງການອີງຕາມບົດບາດໜ້າທີ່ປະຕິບັດບັນດາແຜນການຂອງສູນກາງ, ລັດຖະບານຢ່າງມີປະສິດທິຜົນ; ເປັນເສນາທິການສະເໜີບັນດາບັນຫາລື່ນກາຍສິດອຳນາດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ວິ​ວັດ​ການ​ສັບ​ຊ້ອນ​ຫົວ​ໜ່ວຍບໍ​ລິ​ຫານ​​ຮັບ​ປະ​ກັນ​ຢ່າງຖືກ​ຕ້ອງ​ຕາມ​ຄວາມ​ຄື​ບ​ໜ້າ, ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ” - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍແຜນການຂອງຄະນະຊີ້ນຳສູນກາງສະຫຼຸບມະຕິເລກທີ 18 ກ່ຽວກັບການສັບຊ້ອນ, ຄວບບັນດາຫົວໜ່ວຍບໍລິຫານຂັ້ນແຂວງ, ຂັ້ນຕາແສງ ແລະ ສ້າງລະບົບອຳນາດການປົກຄອງສອງຂັ້ນຢູ່ທ້ອງຖິ່ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງ, ຂະແໜງການອີງຕາມບົດບາດໜ້າທີ່ປະຕິບັດບັນດາແຜນການຂອງສູນກາງ, ລັດຖະບານຢ່າງມີປະສິດທິຜົນ; ເປັນເສນາທິການສະເໜີບັນດາບັນຫາລື່ນກາຍສິດອຳນາດ. ທ່ານນາຍົກລັດຖະມົນຕີ ສະເໜີລັດຖະມົນຕີ, ຫົວໜ້າຄະນະຕິດແທດຄວາມຄືບໜ້າ, ມີການຊີ້ນຳຢ່າງໃກ້ຊິດ, ສູ້ຊົນປະຕິບັດສຳເລັດບັນດາການແນະນຳເພື່ອໃຫ້ບັນດາທ້ອງຖິ່ນປະຕິບັດ, ການເຄື່ອນໄຫວຕາມຮູບແບບອຳນາດການປົກຄອງແບບໃໝ່ໃນວັນທີ 1/7/2025. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

ຮັບປະກັນການສັບຊ້ອນໄດ້ປະຕິບັດຖືກຕ້ອງຕາມຄວາມຄືບໜ້າ, ປະຕິບັດຕາມຂໍ້ກຳນົດ. ພິເສດແມ່ນສັບຊ້ອນຕໍ່ສູນສາທາລະນະສຸກຂັ້ນເມືອງ, ສັບຊ້ອນຕາແສງແນວໃດຮັບປະກັນຄວາມສະດວກໃຫ້ແກ່ປະຊາຊົນໃນການເດີນທາງໄປມາ, ພິເສດແມ່ນພວກນ້ອງນັກຮຽນໄປໂຮງຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ