ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ກັບ ກົດ​ດີ​ວົວ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືມິດຕະພາບ ກັບກົດດີວົວ, ຖື ກົດດີວົວ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ອາບຟຼິກກາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ກັບ ກົດ​ດີ​ວົວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ກົດດີວົວ Adama Bictogo (ພາບ: VGP)

ຕອນບ່າຍວັນທີ 14 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ກົດດີວົວ Adama Bictogo ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. 

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືມິດຕະພາບ ກັບກົດດີວົວ, ຖື ກົດດີວົວ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ອາບຟຼິກກາ. ສ່ວນທ່ານປະທານສະພາແຫ່ງຊາດກົດດີວົວ Adama Bictogo ກໍ່ຢັ້ງຢຶນວ່າ ກົດດີວົວຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້, ທ່ານມີຄວາມຫວັງຢາກເພີ່ມທະວີການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ, ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນອັນຍິ່ງໃຫຍ່ລະຫວ່າງສອງປະເທດ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບບັນດາມາດຕະການເພື່ອແນໃສ່ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ໃນນັ້ນເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນ, ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ການຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ຕັດສິນໃຈຍົກສູງວົງເງິນການຄ້າສອງຝ່າຍໃຫ້ຫຼາຍກ່ວາອີກ, ພ້ອມທັງສ້າງຄວາມສະດວກໃຫ້ແກ່ການເປີດກ້ວາງຕະຫຼາດຢູ່ແຕ່ລະປະເທດກໍ່ຄືຢູ່ອາບຟຼິກກາ ແລະ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ