ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45

(VOVWORLD) - ກ່ຽວກັບຫົວຂໍ້ ອາຊຽນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”, ບັນດາການນຳຈະສຸມໃສ່ປຶກສາຫາລື ກ່ຽວກັບວິວັດການກໍ່ສ້າງປະຊາຄົມ ອາຊຽນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ຕອນເຊົ້າວັນທີ 8 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍໄປເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ລາວ, ໃນລະຫວ່າງວັນທີ 8 – 11 ຕຸລາ 2024 ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ, ປະທານອາຊຽນ 2024 ສອນໄຊ ສີພັນດອນ.

ກ່ຽວກັບຫົວຂໍ້ ອາຊຽນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”, ບັນດາການນຳຈະສຸມໃສ່ປຶກສາຫາລື ກ່ຽວກັບວິວັດການກໍ່ສ້າງປະຊາຄົມ ອາຊຽນ; ກວດກາຄືນ ແລະ ກຳນົດທິດການພົວພັນລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື, ເປັນຕົ້ນແມ່ນກ່ຽວກັບການຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຂົງເຂດທີ່ໄດ້ຮັບຄວາມສົນໃຈໃນປັດຈຸບັນ; ພ້ອມທັງແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ