ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ​ເປັນ​ປະ​ທານ​ກອງ​ປະ​ຊຸມ​​ທາງ​ໄກ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕ່ອນເຊົ້າວັນທີ 10 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນປະທານກອງປະຊຸມແບບທາງໄກທົ່ວປະເທດ ລະຫວ່າງ ຄະນະຊີ້ນຳແຫ່ງຊາດກັບ ຄະນະຊີ້ນຳ 63 ແຂວງ, ນະຄອນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ​ເປັນ​ປະ​ທານ​ກອງ​ປະ​ຊຸມ​​ທາງ​ໄກ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາຜູ້ແທນປຶກສາຫາລື 8 ໝວດວຽກງານຈຸດສຸມ, ຍົກອອກມາດຕະການຢ່າງລະອຽດ, ເຫັນດີເປັນເອກະພາບໃນຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ, ນະຄອນ ກ່ຽວກັບເປົ້າໝາຍ, ຂັ້ນຕອນ, ວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງແໜ້ນແຟ້ນ, ເຂັ້ມງວດ, ມີວິທະຍາສາດ, ເໝາະສົມ, ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ ບັນດາແຂວງ, ນະຄອນ ຊ້າສຸດແມ່ນຮອດວັນທີ 31 ທັນວາຕ້ອງສັກວັກຊິນຄົບ 2 ເຂັມໃຫ້ແກ່ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ, ການສັກວັກຊິນເຂັມທີ 3 ໃຫ້ແກ່ບັນດາເປົ້າໝາຍທີ່ຕ້ອງການ, ຕ້ອງມີຂັ້ນຕອນຢ່າງລະອຽດ ເພື່ອສືບຕໍ່ປະຕິບັດຄວາມຮຽກຮ້ອງຕ້ອງການເປີດປະຕູປະເທດຊາດຂອງ ລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ