ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຫົວເລື່ອງສ້າງກົດໝາຍເດືອນເມສາ
(VOVWORLD) - ຕອນເຊົ້າວັນທີ 13 ເມສາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຫົວເລື່ອງສ້າງກົດໝາຍເດືອນເມສາປີ 2025 ເພື່ອປະກອບຄຳເຫັນໃສ່ ຮ່າງກົດໝາຍ 4 ສະບັບ ແລະ ມະຕິ 2 ສະບັບ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການສ້າງ ແລະ ບູລະນະລະບອບລະບຽບການ ແມ່ນໜຶ່ງໃນສາມບຸກທະລຸຍຸດທະສາດດ້ວຍເປົ້າໝາຍລະບອບລະບຽບການຕ້ອງປອດໂປ່ງ, ລະບອບລະບຽບການແມ່ນແຫຼ່ງກຳລັງ, ກຳລັງໜູນພັດທະນາ, ລົງທຶນໃຫ້ແກ່ລະບອບລະບຽບການ ແມ່ນລົງທຶນໃຫ້ແກ່ການພັດທະນາ, ນຳມາເຊິ່ງຜົນປະໂຫຍດ ແລະ ຄຸນຄ່າສູງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ປັດຈຸບັນລະບອບລະບຽບການແມ່ນຈຸດອຸດຕັນໃຫຍ່ທີ່ສຸດ, ອຸດຕັນຂອງອຸດຕັນ, ແຕ່ກໍ່ແມ່ນຈຸດອຸດຕັນທີ່ແກ້ໄຂງ່າຍທີ່ສຸດ, ຫັນປ່ຽນຈາກສະພາບການຫຍຸ້ງຍາກ, ຕິດຂັດມາກາຍເປັນສະພາບການສາມາດແກ້ງແຍ້ງໄດ້, ນຳລະບອບລະບຽບການກາຍເປັນການແກ້ງແຍ້ງ.