ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ເກິ່ນ​ເທີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງມີຈິດໃຈສາມັກຄີ, ຢຶດໝັ້ນ, ຮັບມືກັບບັນດາຄວາມຫຍຸ້ງຍາກຢ່າງມີໄຫວພິບ, ທັນການ, ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ເກິ່ນ​ເທີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກິ່ນເທີ (ພາບ: VOV)

ຕອນເຊົ້າວັນທີ 21 ເມສາ, ຢູ່ນະຄອນເກິ່ນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນເກິ່ນເທີ ໄດ້ເຂົ້າຮ່ວມການພົບປະກັບຜູ້ມີສິດເລືອກຕັ້ງວິເຊິ່ງແມ່ນສະມາຊິກສະມາຄົມວິສາຫະກິດ, ສະມາຄົມນັກທຸລະກິດໜຸ່ມ, ສະມາຄົມນັກທຸລະກິດຍິງ ແລະ ບັນດາວິສາຫະກິດດີເດັ່ນໃນບໍລິເວນນະຄອນ ເກິ່ນເທີ.

ຢູ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ເສດຖະກິດໂລກພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄວາມສ່ຽງເພີ່ມຂຶ້ນຍ້ອນການປະທະກັນດ້ານພູມີສາດການເມືອງ ແລະ ການປະທະກັນດ້ານການຄ້າທົ່ວໂລກ ພາຍຫຼັງນະໂຍບາຍພາສີອາກອນຂອງ ອາເມລິກາ… ດັ່ງນັ້ນ, ຮຽກຮ້ອງຕ້ອງມີຈິດໃຈສາມັກຄີ, ຢຶດໝັ້ນ, ຮັບມືກັບບັນດາຄວາມຫຍຸ້ງຍາກຢ່າງມີໄຫວພິບ, ທັນການ, ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ຖ້າກ້າວເດີນຖືກກັບທ່າອ່ຽງ, ຖືກກັບຄວາມສາມາດບົ່ມຊ້ອນ, ມີໂອກາດທີ່ພົ້ນເດັ່ນ, ທ່າໄດ້ປຽບໃນການແກ້ງແຍ້ງນັ້ນ ກຳລັງແຮງຈະໄດ້ທະວີຄູນທົບສອງ ຫາສາມເທົ່າ. ພວກເຮົາຕ້ອງປັບຕົວໃຫ້ແທດເໝາະ, ຮັບມືກັບບັນດາການປ່ຽນແປງຈາກພາຍນອກ. ຈາກນັ້ນຕ້ອງມີຄຸນນະທາດ, ມີທ່າທີທຸ່ນທ່ຽງເພື່ອເລືອກເອົາວິທີການທີ່ເໝາະສົມ, ມີປະສິດທິພາບ, ຕິດແທດກັບສະພາບການຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ