(VOVWORLD) - ເລື່ອງຄະນະກອງທັບສອງປະເທດເຂົ້າຮ່ວມພິທີເດີນຂະບວນສວນສະໜາມຕາມຄຳເຊື້ອເຊີນຂອງກະຊວງປ້ອງກັນປະເທດ ຫວຽດນາມ ສະແດງໃຫ້ເຫັນຄວາມສາມັກຄີມິດຕະພາບລະຫວ່າງບັນດາປະເທດ.
ກອງທັບປະຊາຊົນລາວ |
ວັນທີ 21 ເມສາ, ບັນດາພະນັກງານ, ນັກຮົບກອງທັບປະຊາຊົນລາວ ແລະ ກອງທັບພະບໍລົມວົງສານຸວົງ ກຳປູ້ເຈຍ ໄດ້ມີໜ້າຢູ່ບິ່ງເຢືອງ ເພື່ອເຂົ້າຮ່ວມການຝືກຊ້ອມ ກະກຽມໃຫ້ແກ່ພິທີເດີນຂະບວນສວນສະໜາມ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ((30/4/1975 - 30/4/2025).
ກອງທັບປະຊາຊົນກຳປູເຈຍ |
ເລື່ອງຄະນະກອງທັບສອງປະເທດເຂົ້າຮ່ວມພິທີເດີນຂະບວນສວນສະໜາມຕາມຄຳເຊື້ອເຊີນຂອງກະຊວງປ້ອງກັນປະເທດ ຫວຽດນາມ ສະແດງໃຫ້ເຫັນຄວາມສາມັກຄີມິດຕະພາບລະຫວ່າງບັນດາປະເທດ, ພ້ອມທັງແມ່ນໂອກາດເພື່ອພ້ອມກັນແບ່ງປັນຄວາມມ່ວນຊືນກັບປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.
ໄປຄຽງຄູ່ກັບບັນດາພາກສ່ວນ, ກົມກອງ ແລະ ກຳລັງປະກອບອາວຸດປະຊາຊົນ ຫວຽດນາມ, ພິທີເດີນຂະບວນສວນສະໜາມປີນີ້ ຍັງມີການເຂົ້າຮ່ວມຂອງກອງທັບມາຈາກຈີນ, ລາວ ແລະ ກອງທັບພະບໍລົມວົງສານຸວົງກຳປູ້ເຈຍ.