(VOVWORLD) - ທ່ານປະທານປະເທດ ສສ.ຫວຽດນາມ ເລືອງເກື່ອງຈະເດີນທາງຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ໃນລະຫວ່າງວັນທີ 24 – 26 ເມສາ.
ປະທານປະເທດ ເລື່ອງເກືອງ (ພາບ: VOV) |
ວັນທີ 21 ເມສາ, ກະຊວງການຕ່າງປະເທດ ຫວຽດນາມໄດ້ອອກແຈ້ງການໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ທ່ານປະທານປະເທດ ສສ.ຫວຽດນາມ ເລືອງເກື່ອງຈະເດີນທາງຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ໃນລະຫວ່າງວັນທີ 24 – 26 ເມສາ.