ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ກຸ່ມ​ບໍ​ລິ​ສັດ​ເຮືອ​ບິນ​ການ​ຄ້າ​ຈີນ (COMAC)

(VOVWORLD) - ຕອນເຊົ້າວັນທີ 14 ເມສາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ເຄື້ອຕຸງເຟິງ ປະທານກຸ່ມບໍລິສັດເຮືອບິນການຄ້າ ຈີນ (COMAC).

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ກຸ່ມ​ບໍ​ລິ​ສັດ​ເຮືອ​ບິນ​ການ​ຄ້າ​ຈີນ (COMAC) - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ ເຄື້ອຕຸງເຟິງ ປະທານກຸ່ມບໍລິສັດເຮືອບິນການຄ້າ ຈີນ (COMAC) (ພາບ: VOV)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກຸ່ມບໍລິສັດ COMAC ແລະ Vietjet Air ໃນໄລຍະຜ່ານມາ, ກໍ່ຄືຄວາມສາມາດເປີດກວ້າງການຮ່ວມມືລະຫວ່າງ COMAC ແລະ ບັນດາບໍລິສັດການບິນອື່ນໆຂອງ ຫວຽດນາມໃນອະນາຄົດ. ທ່ານນາຍົກລັດຖະມົນຕີ ຖືວ່າ ກຸ່ມບໍລິສັດ COMAC ຕ້ອງສຸມໃສ່ແກ້ໄຂບັນດາບັນຫາທີກ່ຽວຂ້ອງເຖິງນິຕິກຳເພື່ອນຳເຮືອບິນ COMAC ເຂົ້າຂຸດຄົ້ນຢູ່ ຫວຽດນາມ, ທ່ານສະເໜີ COMAC ໜູນຊ່ວຍຂົງເຂດການບິນ ຫວຽດນາມພັດທະນາ, ຂຸດຄົ້ນອາວະກາດ ແລະ ເສດຖະກິດການຄ້າ. ທ່ານນາຍົກລັດຖະມົນຕີ ກໍ່ປາດຖະໜາວ່າໃນໄລຍະຈະມາເຖິງ ສອງຝ່າຍເປີດກວ້າງການຮ່ວມມື, ພັດທະນາບັນດາເສັ້ນທາງການບິນ, ພັດທະນາລະບົບນິເວດເຕັກໂນໂລຢີສູງ. ໃນສະພາບການປັດຈຸບັນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສອງປະເທດ ຫວຽດນາມ ແລະ ຈີນ ຕ້ອງບືນຕົວຂຶ້ນ, ໜູນຊ່ວຍເຊິ່ງກັນແລະກັນ, ຮ່ຳຮຽນ, ແລກປ່ຽນບົດຮຽນປະສົບການ ແລະ ເຮັດໃໝ່ບັນດາກຳລັງໜູນເຕີບໂຕໃໝ່.

ສ່ວນທ່ານ ເຄື້ອຕຸງເຟິງ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນສຳຄັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນການເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ຈີນ, ສ້າງເງື່ອນໄຂສະດວກໃຫ້ແກ່ COMAC ໃນການບູລະນະກອບນິຕິກຳເພື່ອໃຫ້ເຮືອບິນຂອງ COMAC ໄດ້ຮັບການຂຸດຄົ້ນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ