ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ກາ​ນ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin

(VOVWORLD) -ຕອນບ່າຍວັນທີ 13 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ກາ​ນ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມຊົມເຊີຍຕໍ່ໝາກຜົນໃນການຈັດຕັ້ງສຳເລັດການເຈລະຈາ ລະຫວ່າງ ທ່ານປະທານສະພາແຫ່ງຊາດ Samdech Heng Samrin ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ບັນດາຜົນສຳເລັດໃນການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ໃນໄລຍະຜ່ານມາ, ທ່ານກໍ່ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານ ປະທານສະພາແຫ່ງຊາດ ກຳປູເຈຍມີຄວາມໝາຍສຳຄັນທີ່ສຸດໃນປີ ມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ ຫວຽດນາມ 2022”, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ (24/6/1967 - 2022). ທ່ານນາຍົກລັດຖະມົນຕີ ກໍ່ຕີລາຄາສູງບັນດາການປະກອບສ່ວນຂອງກຳປູເຈຍ ໃນຖານະເປັນປະທານອາຊຽນ ແລະ AIPA 2022, ທ່ານກໍ່ເຊື້ອໝັ້ນວ່າ ກອງປະຊຸມຂັ້ນສູງ ອາຊຽນ 40 - 41 ແລະ ສະມັດຊາໃຫຍ່ AIPA - 43 ຢູ່ Phnom Penh ໃນເດືອນພະຈິກ ຈະປະສົບຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ