(VOVWORLD) - ທ່ານ ເຈິ່ນຮົ່ງມິນ, ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ປະຈຸບັນ ໄດ້ອະນຸມັດຜ່ານແຜນນະໂຍບາຍລົງທຶນ 2 ໂຄງການ, ລວມມີ: ທາງລົດໄຟຄວາມໄວສູງ ເໜືອ - ໃຕ້ ແລະ ໂຄງການທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ
(ທີ່ກອງປະຊຸມ) |
ຕອນຄ່ຳວັນທີ 06 ມັງກອນ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນແຫ່ງຊາດຂົງເຂດທາງລົດໄຟ ໄດ້ເປັນປະທານວາລະປະຊຸມເທື່ອທີ 5 ຂອງຄະນະຊີ້ນຳ, ເຊື່ອມຕໍ່ທາງໄກກັບ 18 ແຂວງ, ນະຄອນທີ່ມີໂຄງການທາງລົດໄຟໄປຜ່ານ.
ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງມິນ, ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ປະຈຸບັນ ໄດ້ອະນຸມັດຜ່ານແຜນນະໂຍບາຍລົງທຶນ 2 ໂຄງການ, ລວມມີ: ທາງລົດໄຟຄວາມໄວສູງ ເໜືອ - ໃຕ້ ແລະ ໂຄງການທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ; ໂດຍໄດ້ເລີ່ມລົງມືກໍ່ສ້າງໂຄງການພາກສ່ວນ 1 ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລ້ວ.
ກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ປະຕິບັດເລື່ອງສຸມໃສ່ນຳພາ, ກຳລັງ, ແຫຼ່ງກຳລັງຢ່າງເຂັ້ມງວດ ເພື່ອຮັບປະກັນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກ.
“ການຜັນຂະຫຍາຍບັນດາໂຄງການນັ້ນໂດຍຕາມເນື້ອໃນຈິດໃຈ “3 ມີ”: ມີຜົນປະໂຫຍດຂອງລັດ, ຂອງປະຊາຊົນ ແລະ ຂອງວິສາຫະກິດ. “2 ບໍ່” ແມ່ນ: ບໍ່ສໍ້ລາດບັງຫຼວງ, ຫຍໍ້ທໍ້, ບໍ່ປະໃຫ້ຮົ່ວໄຫຼ, ຟູມເຟືອຍຊັບສິນ, ເຫື່ອແຮງ, ເງິນຄຳຂອງປະຊາຊົນ”.