ທ່ານນາຍົກລັດຖະມົນຕີ ຢູແກຼນ ສິ້ນສຸດການຢ້ຽມຢາມ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຢູແກຼນ ສິ້ນສຸດການຢ້ຽມຢາມ ຫວຽດນາມ  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຢູແກຼນ Mikolai Azarov ແລະ
 ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ພາບ:internet

(vovworld) - ຕອນ​ຄຳ່​ວັນ​ທີ 16/11, ທ່ານ​ນາຍົກລັດຖະມົນຕີ ຢູແກຼນ Mikolai Azarov ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຢູ​ແກຼນ ​ເດີນທາງອອກ​ຈາກ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung. ກ່ອນ​ຫນ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຢູ​ແກຼນ Mikolai Azarov ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ປະທານ​ສະພ​າ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສະຫນັບສະຫນູນ​ການ​ພົວພັນ​ລະຫວ່າງ ລັດຖະບານ ຫວຽດນາມ ​ແລະ ລັດຖະບານ ຢູ​ແກຼນ ​ເພື່ອ​ຈຸດໝາຍ​ຍົກ​ສູງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຍີ່​ງກວ່າ​ອີກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ປາດ​ຖະຫນາ​ວ່າ: ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ນັບ​ມື້​ນັບ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ​ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ສອງ​ລັດ, ສອງ​ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຍັງ​ຢືນຢັວ່າ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະເປັນ​ຂົວ​ເຊື່ອມ​ຕໍ່​ພັດທະນາ​ການ​ພົວພັນ​ລະຫວ່າງ​ ຢູ​ແກຼນ ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ເພື່ອ​ສັນຕິພາບ,​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ, ປາດ​ຖະຫນາ​ຢາກ​ສອງ​ປະ​ເທດ ຫວຽດນາມ ​ແລະ ຢູ​ແກຼນ ສືບ​ຕໍ່​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ. ທ່ານ​ນາຍົກລັດຖະມົນຕີ ຢູ​ແກຼນ Mikolai Azarov ປາດ​ຖະຫນາ, ສະພາ​ແຫ່ງ​ຊາດ ສອງ​ປະ​ເທດ​ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກວ່າ​ອີກ, ​ເປັນ​ຕົ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເພື່ອ​ຮັບປະກັນ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ປະສິດທິ​ຜົນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ.

 

ຂ່າວ/ບົດ​ອື່ນ