ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ: ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ໃຫ້​ດີ​ທີ່​ສຸດ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການກວດ, ປິ່ນ​ປົວ​ພະ​ຍາດ

(VOVWORLD) -ຕອນເຊົ້າວັນທີ 11 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາຢ່າງກະທັນຫັນສຳລັບການຊື້ ແລະ ຄຸ້ມຄອງພາຫະນະອຸປະກອນການແພດ ຢູ່ໂຮງໝໍແບກມາຍ, ໂຮງໝໍເດັກສູນກາງ ແລະ ໂຮງໝໍພະຍາດເຂດຮ້ອນສູນກາງ - ສາຂາດົງແອັງ, ຮ່າໂນ້ຍ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ: ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ໃຫ້​ດີ​ທີ່​ສຸດ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການກວດ, ປິ່ນ​ປົວ​ພະ​ຍາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມກັບບັນດາທ່ານໝໍຢູ່ໂຮງໝໍແບກມາຍ 

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີພະນັກງານ, ແພດໝໍບັນດາໂຮງໝໍສືບຕໍ່ປະຕິບັດພາລະກຳແຫ່ງການເບິ່ງແຍງດູແລສຸຂະພາບປະຊາຊົນ, ບັນດາໂຮງໝໍຂຶ້ນແຜນການ, ເປັນເຈົ້າການໃນການກະກຽມຢຸກຢາ, ວັດຖຸອຸປະກອນການແພດເພື່ອຮັບໃຊ້ການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ໃນສະພາບການພະຍາດໂຄວິດ - 19 ພວມມີທ່າອ່ຽງເພີ່ມຂຶ້ນຄືນໃໝ່, ບັນດາໂຮງໝໍຕ້ອງຮັກສາທ່າເປັນເຈົ້າການ, ມີການແກ້ໄຂຢ່າງມີໄຫວພິບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນພຶດຕິກຳຕົວຈິງ. ທ່ານນາຍົກລັດຖະມົນຕີ  ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຄົ້ນຄ້ວາສ້າງບັນດາສູນຢຸກຢາຫາຍາກ ຢູ່ໃນ 6 ເຂດເສດຖະກິດ - ສັງຄົມຂອງທົ່ວປະເທດເພື່ອເປັນເຈົ້າການໃນການປະສານງານເມື່ອບັນດາຮາກຖານການແພດໃນເຂດມີຄວາມຕ້ອງການ. ກະຊວງແຜນການ ແລະ ການລົງທຶນໄດ້ພິຈາລະນານຳການປະມູນຢຸກຢາ, ວັດຖຸອຸປະກອນການແພດຂຶ້ນລະບົບເຄືອຂ່າຍປະມູນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ