ທ່ານນາຍົກລັດຖະມົນຕີ ສ. ສິງກະໂປ ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົ້ງ ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທີ 5 ຂອງທ່ານ ໃນຖານະເປັນນາຍົກລັດຖະມົນຕີ, ຊຶ່ງໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນລະຫວ່າງ ສິງກະໂປ ກັບ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ສ. ສິງກະໂປ ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ - ảnh 1ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ (ພາບ: TTXVN)

ຕອນບ່າຍວັນທີ 27 ສິງຫາ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ພ້ອມດ້ວຍຄະນະຜູ້ແທນ ສິງກະໂປ ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27 ຫາວັນທີ 29 ສິງຫາ ຕາມຄຳເຊື້ອຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

        ຕ້ອນຮັບຄະນະຢູ່ສະໜາມບິນ,  ຝ່າຍ ຫວຽດນາມ ມີ: ທ່ານລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມມ ຫວຽດນາມ ດ່າວງອກຢຸງ; ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດະຮຸ່ງຫວຽດ; ທ່ານຫົວໜ້າກົມພິທີການແຫ່ງລັດ, ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນຫວຽດຢຸງ ແລະ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟຶອກຢຸງ. ທາງຝ່າຍ ສິງກະໂປ ກໍມີທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam, ພ້ອມກັບພະນັກງານສະຖານທູດ ສິງກະໂປ ປະຈຳ ຮ່າໂນ້ຍ ຈຳນວນໜຶ່ງ.

        ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົ້ງ ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທີ 5 ຂອງທ່ານ ໃນຖານະເປັນນາຍົກລັດຖະມົນຕີ, ຊື່ງໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນລະຫວ່າງ ສິງກະໂປ ກັບ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສອງປະເທດຈັດຂຶ້ນ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກະໂປ ຄົບຮອບ 50 ປີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສິງກະໂປ ຄົບຮອບ 10 ປີ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ