ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(vovworld) - ຕອນ​ບ່າຍ​ວັນ​ທີ 21/3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນ​ຫຼົງ, ​ພ້ອມ​ດ້ວຍພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ ສິງ​ກະ​ໂປ ໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ຕ້ອນ​ຮັບ​ຄະ​ນະ​ຢູ່​ສະ​ໜາມ​ບິນ ເຕີນ​ເຊີນ​ເຍ​ີດ, ນະ​ຄອນ ໂຮ່​ຈີ​ມິນ, ມີ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ດັ້ງ​ດິ່ງ​ກູຍ, ​ທ່ານ ເລ​ແທງ​ລຽມ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ …

ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ຫງວຽນ​ແທງ​ຟອງ (ເບື້ອງ​ຂ​ວາ) ແລະ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນຫຼົງ

        ຕອນ​ບ່າຍ​ວັນ​ທີ 21/3, ທີ່​ຫໍ​ປະ​ຊຸມ ທົ໋ງ​ເຍ​ີດ, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ຫງວຽນ​ແທງ​ຟອງ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນຫຼົງ. ນ​ະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນຫຼົງ ຢັ້ງ​ຢືນ​ຮູບ​ແບບ​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ ສະ​ແດງ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ (VSIP) ໄດ້​ກໍ່​ສ້າງ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ລ້ວນ​ແຕ່​ໄດ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫຼ​ີ​ຊຽນຫຼົງ ເຊື່ອ​ໝັ້ນ​ວ່າ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ສິງ​ກະ​ໂປ​ຈະ​ສືບ​ຕໍ່​ເລືອກ​ເຟັ້ນ​ນະ​ຄອນ ໂຮ່​ຈີ​ມິນ ກໍ່​ຄື ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ປະ​ສົບ​ຜົນ​ສ​ຳ​ເລັດ. ທ່ານ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ຫງວຽນ​ແທງ​ຟອງ ຫວັງ​ວ່າ ບັນ​ດາ​ນັກ​ລົງ​ທຶນ ສິງ​ກະ​ໂປ​ຄົ້ນ​ຄ້​ວາ​ຜັນ​ຂະ​ຫຍາຍ​ໂຄງ​ການ​ລົງ​ທຶນ​ໃຫຍ່​ມີ​ລ​ັກ​ສະ​ນະ​ເປັນ​ສັນ​ຍາ​ລັກ, ເໝາະ​ສົມ​ກັບ​ທີ່​ຕັ້ງ​ບົດ​ບາດ​ເປັນ​ນັກ​ລົງ​ທຶນ​ໃຫຍ່​ຢູ່​ນະ​ຄອນ, ທ່ານ​ເນັ້ນ​ໜັກ​ວ່າ:

        “ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ບັນ​ດາ​ນັກ​ລົງ​ທຶນ​ສິງ​ກະ​ໂປ ມາ​ເຄື່ອນ​ໄຫວ​ຢ່າງ​ສະ​ດວກ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ສູງ​ໃນ​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ​ຂອງ​ບັນ​ດາ​ນັກ​ລົງ​ທຶນ ສິງ​ກະ​ໂປ ຈະ​ປະ​ກອບ​ສ່ວນ​ໃຫຍ່ຫຼວງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ນະ​ຄອນ.”


ຂ່າວ/ບົດ​ອື່ນ