ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເຈົ້າຊີວິດ ແບນຊິກ ແລະ ການນຳບັນດາກຸ່ມບໍລິສັດໃຫຍ່ໃນໂລກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງກຸ່ມບໍລິສັດ, ບໍລິສັດດັ່ງກ່າວຢູ່ ຫວຽດນາມ

ຢູ່ນອກກອງປະຊຸມ WEF Davos 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີບັນດາການພົບປະແລກປ່ຽນ. ທີ່ການພົບປະກັບເຈົ້າຊີວິດ ແບນຊິກ Phillippe, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນກັບ ແບນຊິກ, ເຊິ່ງເປັນປະເທດສະມາຊິກກໍ່ຕັ້ງ ແລະ ມີບົດບາດສຳຄັນຂອງ ອີຢູ ແລະ ທ່ານໄດ້ຊົມເຊີຍ ແລະ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແບນຊິກ ເຂົ້າມາລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເຈົ້າຊີວິດ ແບນຊິກ ແລະ ການນຳບັນດາກຸ່ມບໍລິສັດໃຫຍ່ໃນໂລກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບເຈົ້າຊີວິດ ແບນຊິກ Phillippe (ພາບ: TTXVN)

        ທີ່ການພົບປະກັບທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ WTO, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນລະບົບການຄ້າຫລາຍຝ່າຍ ໂດຍອີງໃສ່ລະບົບບັນດາຫຼັກການ ແລະ ກົດໝາຍໃນຂອບເຂດ WTO; ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພາຍຫລັງເຂົ້າຮ່ວມ WTO ມາເປັນເວລາກ່ວາ 10 ປີ, ຫວຽດນາມ ໄດ້ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບສູງ.

        ທີ່ການຕ້ອນຮັບທ່ານ Tim Cook, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງໃຫ້ເຫັນການສະໜັບສະໜູນແຜນການລົງທຶນສ້າງສູນຂໍ້ມູນຂອງ Apple ຢູ່ ຫວຽດນາມ, ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ: ກຸ່ມບໍລິສັດ Apple ຈະສືບຕໍ່ລົງທຶນຢ່າງມີປະສິດທິຜົນ, ກະຈ່າງແຈ້ງ ແລະ ຍາວນານຢູ່ ຫວຽດນາມ; ເປັນຂົວເຊື່ອມຕໍ່ໃຫ້ວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເຈົ້າຊີວິດ ແບນຊິກ ແລະ ການນຳບັນດາກຸ່ມບໍລິສັດໃຫຍ່ໃນໂລກ - ảnh 2 ການພົບປະກັບທ່ານ Tim Cook, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple (ພາບ: TTXVN)

        ທີ່ການຕ້ອນຮັບການນຳບັນດາກຸ່ມບໍລິສັດ, ບໍລິສັດຄື: ບໍລິສັດ AB, ກຸ່ມບໍລິສັດ Procter & Gamble, ກຸ່ມບໍລິສັດ Adidas, Carlsberg, Facebook, Sanofi…ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງກຸ່ມບໍລິສັດ, ບໍລິສັດດັ່ງກ່າວຢູ່ ຫວຽດນາມ; ທ່ານຢືນຢັນວ່າ ລັດຖະບານ ຫວຽດນາມ ພວມມານະພະຍາຍາມຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຕາມທິດພັດທະນາແບບຍືນຍົງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງໂປ່ງໃສ, ສະດວກ.

ຕອບກັບ

ຂ່າວ/ບົດ​ອື່ນ