ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ບຣາຊີນ

(VOVWORLD) -ຕອນບ່າຍວັນທີ 12 ພະຈິກ, ທີ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Marco Antonio Diniz Brandao ເອກອັກຄະລັດຖະທູດ ບຣາຊີນ ເຂົ້າຢ້ຽມອໍາລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ບຣາຊີນ  - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Marco Antonio Diniz Brandao ເອກອັກຄະລັດຖະທູດ ບຣາຊີນ (ພາບ:Thong Nhat)

ທ່ານຫງວຽນຊວນຟຸກ ຊົມເຊີຍບັນດາຜົນງານທີ່ທ່ານ Marco Antonio Diniz Brandao ບັນລຸໄດ້ໃນອາຍຸການຂອງຕົນ ແລະ ການປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ. ສອງຝ່າຍໄດ້ມີການຢ້ຽມຢາມຂັ້ນສູງເຊິ່ງກັນແລະກັນ, ວົງເງິນການຄ້າສອງຝ່າຍບັນລຸກວ່າ 4 ຕື້ USD...  ທ່ານນາຍົກລັດຖະມົນຕີ ຖືວ່າ ຄວາມສາມາດບົ່ມຊ້ອນຂອງສອງປະເທດ ແມ່ນຍັງໃຫຍ່ຫຼວງ ແລະ ຈໍານວນພົນລະເມືອງແມ່ນຫຼວງຫຼາຍ, ສະນັ້ນ ເລື່ອງຍົກວົງເງິນການຄ້າສອງຝ່າຍຂຶ້ນທົບສອງເທົ່າ ບໍ່ແມ່ນເລື່ອງຍາກ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ສອງຝ່າຍຄວນຈັດຕັ້ງບັນດາຄະນະວິສາຫະກິດໄປມາຫາສູ່ເຊິ່ງກັນແລະກັນ ເພື່ອຊອກຮູ້ ແລະ ເປີດກວ້າງກາລະໂອກາດໃນການຮ່ວມມື.

        ສ່ວນທ່ານ Marco Antonio Diniz Brandao ໄດ້ແບ່ງປັນບັນດາຄວາມຮູ້ສຶກທີ່ດີໃນໄລຍະປະຕິບັດໜ້າທີ່ຢູ່ຫວຽດນາມ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດຈະພັດທະນາດີງາມກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ