ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ວິສາຫະກິດພ້ອມກັນປະຕິບັດຄວບ 2 ເປົ້າໝາຍ

(VOVWORLD) - ຕອນເຊົ້າວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດເອກະຊົນ ເພື່ອແນໃສ່ລະດົມການອຸທິດສ່ວນຢ່າງມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະ ປະກອບສ່ວນໃຫ້ເສດຖະກິດພາກເອກະຊົນເພື່ອການພັດທະນາປະເທດຊາດ ໃນສະພາບການໂລກພະຍາດ Covid-19 ພວມແຜ່ລະບາດໃນທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ວິສາຫະກິດພ້ອມກັນປະຕິບັດຄວບ 2 ເປົ້າໝາຍ - ảnh 1 ກອງປະຊຸມເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດເອກະຊົນ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ມີວິສາຫະກິດ 800.000 ແຫ່ງ ແລະ ຄອບຄົວດຳເນີນທຸລະກິດເອກະເທດນັບຫລາຍລ້ານຄອບຄົວ, ສະນັ້ນ ໃນຈຸດເວລານີ້ ບັນດາວິສາຫະກິດ, ກຸ່ມບໍລິສັດຄວນ ພ້ອມກັບພະນັກງານ, ກຳມະກອນຜູ້ອອກແຮງງານ ປ້ອງກັນ, ຄວບຄຸມໂລກລະບາດດັ່ງກ່າວ. ວິສາຫະກິດຫລາຍແຫ່ງ ທີ່ມີຊາວຜູ້ອອກແຮງງານນັບຫລາຍພັນຄົນ ຄວນມີມາດຕະການ ເພື່ອສະກັດກັ້ນໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໄດ້ຮັບຂໍ້ມູນຂ່າວບາງຢ່າງໂດຍຖືວ່າ: ບາງປະເທດຄື ຈີນ, ສ.ເກົາຫຼີ, ຍີ່ປຸ່ນ…ຈະຟື້ນຟູການຜະລິດໂດຍໄວ, ດັ່ງນັ້ນ ຫວຽດນາມ ຕ້ອງຍາດແຍ່ງໂອກາດນີ້ ກຽມຈິດກຽມໃຈບືນຕົວຂຶ້ນ, ຫັນຄວາມສ່ຽງໃຫ້ກາຍເປັນກາລະໂອກາດເພື່ອຜ່ານຜ່າໄລຍະເກີດໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ