ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີ​ມ​ສະຫຼອງ 30 ປີ ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ສ.ເກົາຫຼີ

(VOVWORLD) - ຕ້ອນເຊົ້າວັນທີ 26 ພະຈິກ ຢູ່ນະຄອນ Busan, ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳ ອາຊຽນ ແລະ ປະທານາທິບໍດີ ສ.ເກົາຫຼີ ເຂົ້າຮ່ວມກອງປະຊຸມຄັ້ງ ທີ 1 ຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນຄູ່ຮ່ວມມື ອາຊຽນ - ສ.ເກົາຫຼີ ດ້ວຍຫົວຂໍ້ “ການພົວພັນ ອາຊຽນ - ສ.ເກົາຫຼີ: 30 ປີ ທີ່ຜ່ານມາ ແລະ 30 ປີຕໍ່ໄປ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີ​ມ​ສະຫຼອງ 30 ປີ ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ສ.ເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ  

(ພາບ: TTXVN)

ທີ່ກອງປະຊຸມ, ການນຳບັນດາປະເທດ ອາຊຽນມີຄວາມປາດຖະໜາວ່າ ສ.ເກົາຫຼີ ສືບຕໍ່ຕັ້ງໜ້າໜູນຊ່ວຍ ອາຊຽນຍູ້ແຮງການເຊື່ອມຈອດ, ສ້າງປະຊາຄົມ, ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈໂດຍອາຊຽນເປັນປະທານ, ຮ່ວມມືກັນໃນການຮັບມືກັບບັນດາສິ່ງທ້າທາຍ, ອາດຊະຍາກຳແບບໃໝ່ ຢ່າງມີປະສິດທິຜົນ.

        ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ຢັ້ງຢືນຈະຍູ້ແຮງການຮ່ວມມືພ້ອມກັບບັນດາປະເທດອາຊຽນ ໃຫ້ຫຼາຍກ່ວາອີກບົນເນື້ອໃນຈິດໃຈນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່, ພ້ອມກັນກໍ່ສ້າງປະຊາຄົມທີ່ມີຄວາມສະໜິດແໜ້ນຢ່າງໝັ້ນຄົງ, ຖືປະຊາຊົນເປັນໃຈກາງ, ປະຊາຄົມທີ່ມີແນວຄວາມຄິດປະດິດສ້າງ ເພື່ອການວັດທະນາຖາວອນລວມ ແລະ ປະຊາຄົມເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

        ກ່າວຄຳເຫັນທີ່ວາລະກອງປະຊຸມ, ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີ ໄດ້ຍົກອອກບາງຂໍ້ກຳນົດທິດຮ່ວມມືສຳຄັນໃຫ້ແກ່ 30 ປີຕໍ່ໄປລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ. ພ້ອມທັງຢັ້ງຢືນການຮັກສາຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດລວມຂອງ ບັນດາປະເທດທັງໝົດ, ສະເໜີໃຫ້ ສ.ເກົາຫຼີ ສະໜັບສະໜູນຫຼັກໝັ້ນຫຼັກການຂອງ ອາຊຽນ, ຖືຄວາມສຳຄັນການປະຕິບັດຕາມກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982), ເພີ່ມທະວີການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(COC) ຢ່າງມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມເສລີດ້ານການຄ້າຢູ່ທະເລຕາເວັນອອກ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມກັບທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ແລະ ການນຳບັນດາປະເທດສະມາຊິກ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດວິສະຫາກິດ Startup ອາຊຽນ - ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ