ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປະກາດການດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ

(VOVWORLD) - ຕອນເຊົ້າວັນທີ 16 ທັນວາ, ທີ່ແຂວງ ກວາງນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປະກາດການດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ ແລະ ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ Thaco - ຈູລາຍ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປະກາດການດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປະກາດການດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ (ພາບ: sggp.org.vn

ຕາງໜ້າລັດຖະບານ, ການນຳກະຊວງກໍ່ສ້າງ ຫວຽດນາມ ໄດ້ປະກາດຂໍ້ຕົກລົງດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ, ແຂວງ ກວາງນາມ ຮອດປີ 2035, ວິໄສທັດຮອດປີ 2050, ປະກາດໃຊ້ໃນຕົ້ນເດືອນ ທັນວາ 2018.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ Thaco- ຈູລາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ພາຍຫລັງ 15 ປີ, Thaco ໄດ້ນຳມາໃຫ້ເຂດດິນນີ້ມີມູນຄ່າເພີ່ມຂຶ້ນຢ່າງໃຫຍ່ຫລວງ, ສ້າງເຄື່ອງໝາຍການຄ້າໃຫຍ່ໃນຂະແໜງອຸດສາຫະກຳລົດໂອໂຕ ຫວຽດນາມ. ພິເສດແມ່ນ, ບໍລິສັດໄດ້ຖືວິທະຍາສາດເຕັກໂນໂລຊີເປັນຈຸດສຸມຂອງກຳລັງໜູນການພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ເຂດເສດຖະກິດເປີດ ຈູລາຍ ໄດ້ກາຍເປັນເຂດເສດຖະກິດທີ່ມີເຄື່ອງໝາຍການຄ້າ, ມີສະໜາມບິນ ຈູລາຍ, ມີທ່າກ່ຳປັ່ນສາກົນ, ເສັ້ນທາງຄວາມໄວສູງ…ດຶງດູດບັນດານັກລົງທຶນຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: Thaco – ຈູລາຍ ແມ່ນແບບຢ່າງດີເດັ່ນຂອງການຮ່ວມມືລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ, ເຊິ່ງແມ່ນບັນຫາພວກເຮົາພວມຊຸກຍູ້.

“ກ່ຽວກັບ Thaco ພວກເຮົາຄວນມີແຜນຄາດຄະເນຄວາມຕ້ອງການຂອງຕະຫລາດລົດໂອໂຕຫວຽດນາມ, ການເຕີບໂຕຢ່າງແຮງ ແຕ່ການຜະລິດລົດໂອໂຕຢູ່ພາຍໃນປະເທດເວົ້າລວມ ແລະ ຂະແຫນງອຸດສາຫະກຳຫນູນຊ່ວຍລົດໂອໂຕເວົ້າສະເພາະ ຕ້ອງປ່ຽນໃຫມ່ຫລາຍດ້ານ ດ້ວຍສິ່ງທ້າທາຍແກ່ງແຍ້ງ ແລະ ການເຊື່ອມໂຍງ. ພິເສດ ພວກເຮົາໄດ້ເຂົ້າຮ່ວມບັນດາສັນຍາການຄ້າເສລີໃຫມ່.  ສະນັ້ນ ພວກເຮົາຕ້ອງຜ່ານຜ່າຄວາມຫຍຸ້ງຍາກ ສືບຕໍ່ສ້າງເຄື່ອງໝາຍການຄ້າ, ຕັດສິນໃຈໃຫ້ພັດທະນາກວ່າອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ