ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປເຖິງ ບາງກອກ ເລີ່ມຕົ້ນການຢ້ຽມຢາມ ໄທ ຢ່າງເປັນທາງການ

(VOVWORLD) - ຕອນບ່າຍວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປເຖິງສະໜາມບິນ ດອນເມືອງ ນະຄອນຫລວງ ບາງກອກ, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການແຕ່ວັນທີ 17 – 19 ສິງຫາ 2017 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປເຖິງ ບາງກອກ ເລີ່ມຕົ້ນການຢ້ຽມຢາມ ໄທ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປເຖິງ ບາງກອກ ເລີ່ມຕົ້ນການຢ້ຽມຢາມ ໄທ ຢ່າງເປັນທາງການ

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຈລະຈາກັບທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ; ພົບປະກັບທ່ານປະທານສະພານິຕິບັນຍັດແຫ່ງຊາດ ໄທ ພອນເພັດ ວິຈິດຈົນໃຈ; ພົບປະກັບທ່ານປະທານອົງຄະມົນຕີ ປເລັນ ຕິນນາກສູລານົນ; ຕ້ອນຮັບປະທານສະມາຄົມມິດຕະພາບ ໄທ - ຫວຽດນາມ; ພົບປະກັບພະນັກງານພາລະກອນສະຖານທູດ ຫວຽດນາມ ປະຈຳ ໄທ…ຄາດຄະເນວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຕ້ອນຮັບການນຳບາງວິສາຫະກິດແຖວໜ້າຂອງໄທ; ຕ້ອນຮັບນັກທຸລະກິດບາງຄົນຊຶ່ງແມ່ນຊາວ ຫວຽດນາມ ອາໄສຢູ່ ໄທ ແລະ ການນຳວິສາຫະກິດເຂດຕາເວັນອອກສ່ຽງເໜືອ ໄທ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປເຖິງ ບາງກອກ ເລີ່ມຕົ້ນການຢ້ຽມຢາມ ໄທ ຢ່າງເປັນທາງການ - ảnh 2
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປເຖິງ ບາງກອກ ເລີ່ມຕົ້ນການຢ້ຽມຢາມ ໄທ ຢ່າງເປັນທາງການ - ảnh 3 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປເຖິງ ບາງກອກ ເລີ່ມຕົ້ນການຢ້ຽມຢາມ ໄທ ຢ່າງເປັນທາງການ

 

ຕອບກັບ

ຂ່າວ/ບົດ​ອື່ນ