ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດປາກິດສຖານ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດປາກິດສຖານ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດ​ປາ​ກິດສຖານ Zaigham Uddin Azam
(ພາບ: Chinhphu.vn)


(vovworld) –  ​ເນື່ອງ​ໃນ​ໂອກາດ​​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ປາ​ກິດ​ສຖານ ປະຈຳ​ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 18/06, ທ່ານ​ເອກ​ອັກຄະ​ລັດຖະທູດ​ປາ​ກິດສຖານ Zaigham Uddin Azam ​ໄດ້​ເຂົ້າ​ຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​​ເຕີນ​ຢຸງ ຢູ່​ສຳນັກງານ​ລັດຖະບານ. ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ແດງ​ຄວາມ​ປິ​ຕິຊົມ​ຊື່ນ​ຕໍ່​ໜ້າ​ບັນດາ​ບາດກ້າວ​ພັດທະນາຢ່າງ​ຕັ້ງ​ໜ້າ​​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ປາ​ກິດສຖານ ​ໃນ​ໄລຍະ​ຜ່ານ​ມາ ແລະ ​ເນັ້ນ​ໜັກ​ວ່າ 2 ຝ່າຍ​ຕ້ອງ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົມຊ້ອນ, ທ່າ​ແຮງ​ຂອງ​ກັນ​​ເພື່ອ​ຮ່ວມ​ມື ​ແລະ ພັດທະນາ​ໃຫ້ດີກ​ວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຍາມ​ໃດ​ລັດຖະບານ​ຫວຽດນາມ ກໍ່​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ປາ​ກິດສຖານ ມາ​ຮ່ວມ​ມື​ລົງທຶນ, ​ເຮັດ​ວຽກ​ຢ່າງມີ​ປະສິດທິ​ຜົນ ​ແລະ ຍາ​ວນານ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ ປາ​ກິດສຖານ ຈະ​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽ​ດນາມ ​ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ​ຢູ່​ປາ​ກິດສຖານ. ທ່ານ​ນາຍົກລັດຖະມົນຕີກໍ່ຊົມ​ເຊີຍ ​ແລະ ​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ປາ​ກິດ​ຖານ ກ່ຽວ​ກັບ​ການ​ສົ່ງ​ເສີມ​ເປີດ​ສາຍ​ການ​ບິ່ນ​ໂດຍ​ກົງ​ລະຫວ່າງ 2 ປະ​ເທດ, ຜ່ານ​ນັ້ນ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ…

        ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ​ Zaigham Uddin Azam ​ໃຫ້​ຮູ້​ວ່າ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂ​ດ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ເຊິ່ງ 2 ປະ​ເທດ​ຍັງ​ມີ​ຄວາມ​ສາມ​າດບົມຊ້ອນ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ