ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ Park Noh Wan ເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ເກົາຫຼີ ປະ​ຈຳ​ຫວຽດ​ນາມ

(VOVWORLD) -ວັນທີ 12 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ. 
ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ Park Noh Wan ເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ເກົາຫຼີ ປະ​ຈຳ​ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ (ພາບ: TTXVN)

       ນະທີ່ນີ້, ທ່ານຟ້າມມິງຈິງ ຢັ້ງຢືນວ່າ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ພ້ອມແລ້ວທີ່ຈະສົມທົບຢ່າງແໜ້ນແຟ້ນ ກັບ ສ.ເກົາຫຼີ ເພື່ອເສີມຂະຫຍາຍກົນໄກທີ່ມີຢູ່ແລ້ວ ໃຫ້ມີປະສິດທິຜົນ, ແທດຈິງ, ເປີດໄລຍະໃໝ່ເພື່ອຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດ ດ້ວຍຜົນສຳເລັດໃໝ່ຫຼາຍຢ່າງ, ເປົ້າໝາຍສູງກ່ວາ, ມຸ່ງໄປເຖິງອະນາຄົດອັນດີງາມກ່ວາ ໃນການພົວພັນສອງປະເທດ.

   ກ່ຽວກັບການຮ່ວມມືພ້ອມກັນຕ້ານໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ຝ່າຍ ສ.ເກົາຫຼີຈະສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19, ໂດຍສະເພາະແມ່ນກ່ຽວກັບວັກຊິນ ແລະ ຢາປິ່ນປົວໂຄວິດ - 19, ພັດທະນາເຕັກໂນໂລຢີການຢາ, ຍົກສູງກຳລັງຄວາມສາມາດດ້ານການແພດ.

      ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ ຟ້າມມິງຈິງ ຢາກໃຫ້ສອງຝ່າຍ ສືບຕໍ່ຊຸກຍູ້ວິສາຫະກິດສ.ເກົາຫຼີ, ເປັນຕົ້ນແມ່ນກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ຂອງ ສ.ເກົາຫຼີ ສືບຕໍ່ລົງທຶນຢູ່ຫວຽດນາມ ຫຼາຍກ່ວາ.

        ສ່ວນທ່ານເອກອັກຄະລັດຖະທູດ Park Noh Wan ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານ ສ.ເກົາຫຼີ ຈະໜູນຊ່ວຍວັກຊິນ Astra Zeneca ຈຳນວນ 1,1 ລ້ານໂດສ ໃຫ້ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ແລະ ຄ່າດວ່າ ຈະສົ່ງມາຮອດຫວຽດນາມ ໃນວັນທີ 13 ຕຸລາ. ທ່ານ Park Noh Wan ກໍ່ຢັ້ງຢືນວ່າ ສ.ເກົາຫຼີ ຈະສືບຕໍ່ພິຈາລະນາໜູນຊ່ວຍດ້ານການແພດ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ສ.ເກົາຫຼີ.   

     ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານຮອງປະທານາທິບໍດີ ຕວກກີ Fuat Oktay. ທີ່ການເຈລະຈາ,  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະແດງຄວາມຫວັງວ່າ 2 ຝ່າຍຈະແບ່ງປັນບົດຮຽນ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປ້ອງກັນ ແລະ ຕ້ານໂຄວິດ-19 ແລະ ເປີດປະຕູພື້ນຖານເສດຖະກິດຄືນ, ຍູ້ແຮງການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ແລກປ່ຽນການຄ້າ

 ສ່ວນທ່ານຮອງປະທານາທິບໍດີ ຕວກກີ Fuat Oktay ຢືນຢັນວ່າ ຕວກກີຖືເປັນສຳຄັນ ແລະ ມີຄວາມຫວັງຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ. ເນື່ອງໃນໂອກາດນີ້, ຕວກກີປະກາດ ຊ່ວຍເຫຼືອວັກຊິນ 2 ແສນໂດສ ແລະ ເຄື່ອງອົກຊີ, ອຸປະກອນການແພດເພື່ອປ້ອງກັນ ແລະ ຕ້ານໂຄວິດ-19 ໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ