ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ນະ​ຄອນ ເກີ່ນ​ເທີ ຕ້ອງ​ນຳ​ໜ້າ​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນບ່າຍວັນທີ 22 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບຂະແໜງສາທາລະນະສຸກນະຄອນ ເກີ່ນເທີ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ.
ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ນະ​ຄອນ ເກີ່ນ​ເທີ ຕ້ອງ​ນຳ​ໜ້າ​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຂະແໜງສາທາລະນະສຸກນະຄອນ ເກີ່ນເທີ (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕາງໜ້າລັດຖະບານ ສະແດງຄວາມຊົມເຊີຍນະຄອນ ເກີ່ນເທີ ທີ່ບັນລຸໄດ້ຜົນສຳເລັດໃນເບື້ອງຕົ້ນໃນການຮັບມືກັບການແຜ່ລະບາດຄັ້ງຕ່າງໆຂອງໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ກໍຕັກເຕືອນວ່າ ນະຄອນ ເກີ່ນເທີ ມີທີ່ຕັ້ງບົດບາດສຳຄັນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ແມ່ນໃຈກາງຂອງເຂດ, ແມ່ນປະຕູເຊື່ອມຈອດສະໜາມບິນສາກົນ ເກີ່ນເທີ ກັບບັນດາທ້ອງຖິ່ນອື່ນ ແລະ ໃກ້ທີ່ສຸດແມ່ນ ກຳປູເຈຍ, ເຊິ່ງເປັນປະເທດທີ່ໂລກລະບາດພວມມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ດັ່ງນັ້ນ, ຄວນສຸມໃສ່ການປະຕິບັດບັນດາໜ້າທີ່, ມາດຕະການຢ່າງຂ້ຽວຂາດ, ຮີບດ່ວນ, ທັນການ ແລະ ມີປະສິດທິຜົນກວ່າອີກໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ.

        ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ນັກຮົບ ທີ່ພວມປະຕິບັດໜ້າທີ່ຕ້ານ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃນເຂດແຍກຕົວລວມໝູ່ ຢູ່ກອງພັນໃຫຍ່ 926 ຂຶ້ນກັບກອງບັນຊາການທະຫານ ແຂວງ ຈ່າວິງ.

ຕອບກັບ

ຂ່າວ/ບົດ​ອື່ນ