ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະໂອ້ລົມສົນທະນາກັບຊາວກະສິກອນໃນວັນທີ 30 ທັນວາ

(VOVWORLD) - ກອງປະຊຸມດ້ວຍຫົວຂໍ້: “ຊາວກະສິກອນແມ່ນເຈົ້າກຳ, ສູນກາງໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່ສີຂຽວ, ຍືນຍົງ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະໂອ້ລົມສົນທະນາກັບຊາວກະສິກອນໃນວັນທີ 30 ທັນວາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ: TTXVN)

        ວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ຈະຈັດກອງປະຊຸມນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ 2023 ດ້ວຍຫົວຂໍ້: “ຊາວກະສິກອນແມ່ນເຈົ້າກຳ, ສູນກາງໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່ສີຂຽວ, ຍືນຍົງ”. ກອງປະຊຸມຈະເຊື່ອມຕໍ່ທາງໄກກັບ 63 ແຂວງ, ນະຄອນ. ກອງປະຊຸມມີຄວາມໝາຍພິເສດ, ເຊິ່ງໄດ້ຈັດຂຶ້ນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊາວກະສິກອນ ຫວຽດນາມ ຄັ້ງທີ 8 ອາຍຸການ 2023 – 2028. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດ ສຳລັບຊົນຊັ້ນກຳມະກອນ ຫວຽດນາມ.

        ກອງປະຊຸມດັ່ງກ່າວໂດຍສູນກາງຊາວກະສິກອນ ຫວຽດນາມ ເປັນເຈົ້າການຈັດຂຶ້ນ, ໄດ້ຈັດຂຶ້ນເປັນ 4 ຄັ້ງແລ້ວ. ຄັ້ງທີ 1 ໄດ້ຈັດຂຶ້ນຢູ່ ຫາຍເຢືອງ (ປີ 2018), ຄັ້ງທີ 2 ແມ່ນຢູ່ ເກີນເທີ (ປີ 2019), ຄັ້ງທີ 3 ແມ່ນຢູ່ ດັກລັກ (ປີ 2020) ແລະ ຄັ້ງທີ 4 ແມ່ນຢູ່ ເຊີນລາ (2022).

ຕອບກັບ

ຂ່າວ/ບົດ​ອື່ນ