ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບເອກອັກຄະລັດຖະທູດ ສ. ຝລັ່ງ

(VOVWORLD) - ສອງຝ່າຍສືບຕໍ່ຜັນຂະຫຍາຍເພື່ອໝູນໃຊ້ບັນດາກາລະໂອກາດອັນໃຫຍ່ຫຼວງ ຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EU) (EVFTA) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບເອກອັກຄະລັດຖະທູດ ສ. ຝລັ່ງ - ảnh 1ທ່ານ ເອກອັກຄະລັດຖະທູດ ສ ຝລັ່ງ Nicolas Warnery ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ຕອນບ່າຍວັນທີ 6 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Nicolas Warnery, ເອກອັກຄະລັດຖະທູດ ສ ຝລັ່ງ ກ່ອນທີ່ສິ້ນສຸດອາຍຸການການທູດ ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ໃນແນວທາງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງ ຕົນ, ຫວຽດນາມ ຍາມໃດກໍ່ຖື ຝລັ່ງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ ບົນພື້ນຖານຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ, ຍາມໃດກໍ່ຕີລາຄາສູງບົດບາດ, ສຽງເວົ້າຂອງ ຝລັ່ງ ບົນເວທີສາກົນ ແລະ ການຮ່ວມມືສອງຝ່າຍໃນບັນດາເວທີປາໄສຫຼາຍຝ່າຍ. ຫວຽດນາມ ຕັ້ງໜ້າສະໜັບສະໜູນບັນດາຂໍ້ລິເລີ່ມ, ແນວຄິດຂອງ ຝລັ່ງ ເພື່ອແນໃສ່ປະກອບສ່ວນຮັກສາສັນຕິພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍໍ່ຊຸກຍູ້ບັນດາການພົບປະ, ແລກປ່ຽນ, ການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ. ສອງຝ່າຍສືບຕໍ່ຜັນຂະຫຍາຍເພື່ອໝູນໃຊ້ບັນດາກາລະໂອກາດອັນໃຫຍ່ຫຼວງ ຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EU) (EVFTA) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຝລັ່ງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ ເພື່ອເຮັດໃຫ້ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດລົງທຶນມີປະສິດທິຜົນທີ່ສຸດ.

        ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ເຂົ້າຮ່ວມແກ້ໄຂບັນດາບັນຫາທົ່ວໂລກບົນຈິດໃຈຮຽກຮ້ອງຄວາມສາມັກຄີ, ການຮ່ວມມືສາກົນ ແລະ ຍົກສູງລັດທິຫຼາຍຝ່າຍ. ທ່ານເອກອັກຄະລັດຖະທູດ Nicolas Warnery ຢັ້ງຢືນວ່າ ຝລັ່ງ ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີທາງການບິນ, ການເດີນເຮືອ ຢູ່ທະເລຕາເວັນອອກ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ