ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມພົບປະບັນດານັກລົງທຶນຢູ່ແຂວງ ເງະອານ.

(VOVWORLD) -ຕອນບ່າຍວັນທີ່ 23 ກຸມພາ, ຢູ່ເທດສະບານເກືອລໍ່, ແຂວງ ເງະອານ ໄດ້ຈັດຕັ້ງກອງປະຊຸມພົບປະບັນດານັກລົງທຶນໃນຕົ້ນລະດູບານໃໝ່ປີກຸນ 2019 ໂດຍ ມີການເຂົ້າຮ່ວມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມພົບປະບັນດານັກລົງທຶນຢູ່ແຂວງ ເງະອານ. - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ. 

ຕອນບ່າຍວັນທີ່ 23 ກຸມພາ, ຢູ່ເທດສະບານເກືອລໍ່, ແຂວງ ເງະອານ ໄດ້ຈັດຕັ້ງກອງປະຊຸມພົບປະບັນດານັກລົງທຶນໃນຕົ້ນລະດູບານໃໝ່ປີກຸນ 2019 ເພື່ອຈາລຶກການປະກອບສ່ວນຂອງບັນດານັກລົງທຶນ, ວິສາຫະ ກິດເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຢູ່ແຂວງເງະອານ ໃນໄລຍະທີ່ຜ່ານມາ, ພ້ອມທັງເຊື່ອມຕໍ່ການລົງທຶນ, ໂຄສະນາພາບພົດຂອງແຂວງເງະອານໃຫ້ແກ່ບັນດານັກລົງທຶນພາຍໃນແລະ ຕ່າງປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຖືວ່າ: ກອງປະຊຸມບໍ່ພຽງແຕ່ແມ່ນການພົບປະກັບບັນດານັກລົງທຶນໃນຕົ້ນລະດຸບານໃໝ່ເທົ່ານັ້ນ ຫາກຍັງເປັນການເຊື່ອມຕໍ່ລະຫວ່າງບັນດາ ລະຫວ່າງນັກລົງທຶນລຸ່ນຕ່າງໆກັບແຂວງເງະອານອີກດ້ວຍ. ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກເຖິງຖານະບົດບາດຂອງແຂວງ ເງະອານ, ຮຽກຮ້ອງແຂວງ ເງະອານ ຕ້ອງສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ດີກ່ວາອີກ, ສ້າງເງືອນໄຂທີ່ດີກ່າວອີກໃຫ້ແກ່ນັກລົງທຶນ. ທ່ານນາຍົກລັດຖະມົນຕີກໍ່ມອບໃຫ້ພະນັກງານ, ຂະແໜງການຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂກ່ຽວກັບກົນໄກ, ນະໂຍບາຍ ເພື່ອ ແຂວງເງະອານ ດຶງດູດການລົງທຶນ ແລະ ພັດທະນາກ່າວອີກ ກ່ຽວກັບເສດຖະກິດສັງຄົມໃນເວລາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ