ທ່ານນາຍົກລັດຖະມົນຕີ ອິດສຣາແອນ ປະກາດໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດ

ທ່ານນາຍົກລັດຖະມົນຕີ ອິດສຣາແອນ ປະກາດໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ອິດສຣາ​ແອນ Benjamin Netanyahu)
(vovworld) - ວັນ​ທີ 23/01, ທ່ານ​ນາຍົກລັດຖະມົນຕີ ອິດສຣາ​ແອນ Benjamin Netanyahu ​ໄດ້​ຖະ​ແຫຼ​ງວ່າ ພັນທະ​ມິດ​ຝ່າຍ​ຂວາ​ພັກ Likud Beitenu ກຳ​ອຳນາດ ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້​ໃນ​ວັນ​ທີ 22/01. ກ່າວ​ຄຳ​ເຫັນ​ທີ່​ສຳນັກງານ​ພັນ​ທະ​ພາບ​ຢູ່ແທນ​ອາ​ວີ​ບ, ທ່ານ Netanyahu ​ໄດ້​ສະ​ແດງ​ຄວາມ​ເອກອ້າງ​ຖະນົງ​ໃຈ​ເມື່ອ​ກາຍ​ເປັນ​ນາຍົກລັດຖະມົນຕີຄັ້ງທີ 3 ຂອງ ອິດສະຣາ​ແອນ ​ແລະ ຂອບ​ໃຈ​ປະຊາຊົນ​ທີ່​ໄດ້​ປ່ອນ​ບັດ​​ເລືອກ​ຕັ້ງ​ໃຫ້ທ່າ​ນ​ຕື່ມອາ​ຍຸ​ການ 4 ປີ​ຈະ​ມາ​ເຖິງ. ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ມານະ​ພະຍາຍາມ​ສ້າງ​ຕັ້ງ​ລັດຖະບານ​​ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງຝ່າຍຕ່າງໆຢ່າງ​ກວ້າງຂວາງ​ ເພື່ອ​ຮັບ​ມື​ກັບບັນດາ​ສິ່ງ​ທ້າ​ທາຍຕ່າງໆ. ທ່ານ​ໃຫ້​ຮູ້​ວ່າ ລັດຖະບານ​ໃໝ່​ຈະ​ອີ່ງ​ໃສ່ 5 ຫຼັກການນັ້ນ​ແມ່ນ: ໝັ້ນຄົງ​ເຂັ້ມ​ແຂງ​ຕໍ່​ໜ້າ​ບັນດາສິ່ງ​ທ້າ​ທາຍ, ພິ​ເສດ​ແມ່ນສະກັດ​ກັ້ນ​ເລື່ອງ​ອີຣານ ກຳມະສິດອາວຸດ​ນິວ​ເຄຼຍ; ມີຄວາມຮັບຜິດຊອບດ້ານ​ການ​ເງິນ​ໃນ​ສະພາບ​ວິ​ກິດ​ການ​ທົ່ວ​ໂລກ​ພວມ​ສືບ​ຕໍ່​ຜັນ​ແປໄປ; ມີຄວາມຮັບຜິດຊອບ​ດ້ານການ​ທູດ​ໃນ​ວິວັດ​ການ​ຊອກ​ຫາ​ພື້ນຖານ​ສັນຕິພາບ​ຢ່າງ​ແທດ​ຈິ່ງ​ທີ່​ມີ​ຕໍ່​ຊາວ​ປາ​ແລດ​ສຕິນ; ​ເພີ່ມ​ທະວີ​ຄວາມ​ຍຸດຕິ​ທຳ ​ແລະ ຫຼຸດຜ່ອນ​ລາຄາ​ເຮືອນ​ຢູ່ ​ແລະ ການ​ໃຊ້​ຈ່າຍ​ຢູ່​ອິດສຣາ​​ແອນ.
ຂ່າວ/ບົດ​ອື່ນ