ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ຮຽກ​ຮ້ອງ​ໃຫ້​ເປີດກວ້າງ ອີ​ຢູ

(VOVWORLD) -ວັນທີ 15 ຕຸລາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ຮຽກຮ້ອງໃຫ້ເປີດກວ້າງ ສະຫະພາບເອີຣົບ (ອີຢູ) ໂດຍຖືວ່າ ການກະທຳດັ່ງກ່າວຈະຊ່ວຍ ອີຢູ ເພີ່ມລະດັບການສົ່ງຜົນສະທ້ອນໃນບັນດາບັນຫາທົ່ວໂລກ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ຮຽກ​ຮ້ອງ​ໃຫ້​ເປີດກວ້າງ ອີ​ຢູ - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz (ພາບ: TTXVN)

ກ່າວຄໍາເຫັນໃນເຫດການໜຶ່ງຈັດຂຶ້ນຢູ່ ເບີລິນ, ທ່ານ Olaf Scholz ໄດ້ເນັ້ນໜັກວ່າ ສະຫະພາບເອີຣົບ ຂະຫຍາຍສະມາຊິກແຕ່ 27 ປະເທດ, ເປັນ 30 ປະເທດ ແລ້ວກໍເພີ່ມຂຶ້ນເປັນ 36 ປະເທດ, ເວລານັ້ນ ຈະມີພົນລະເມືອງກວ່າ 500 ລ້ານຄົນ ມີສິດເສລີ ແລະ ສະເໝີພາບ, ສາມາດຍົກລະດັບອິດທິພົນຊື່ສຽງຂອງກຸ່ມ ເພື່ອແບກຫາບໜ້າທີ່ຕ່າງໆ ທີ່ໃຫຍ່ກວ່າໃນໂລກ.

ການນຳ ເຢຍລະມັນ ກໍຊີ້ແຈ້ງວ່າ ທ່ານໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການເປີດກວ້າງ ອີຢູ, ພ້ອມທັງຢັ້ງຢືນການກະທໍານີ້ ຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງກຸ່ມ. ປັດຈຸບັນ, ອີຢູ ມີສະມາຊິກ 27 ປະເທດ. ນັບແຕ່ເມື່ອຮັບດຳລົງຕຳແໜ່ງ, ທ່ານ Olaf Scholz ໄດ້ຊຸກຍູ້ໃຫ້ ອີຢູຂະຫຍາຍສະມາຊິກຕື່ມຢູ່ເຂດ Balkan ແລະ ຮັບປະເທດອື່ນໆເຂົ້າເປັນສະມາຊິກ, ຖືນີ້ແມ່ນເປົ້າໝາຍສຳຄັນໃນນະໂຍບາຍການຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ