ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sánchez ມາ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ນີ້ແມ່ນຄັ້ງທຳອິດທ່ານນາຍົກລັດຖະມົນຕີ ແອັດສະປາຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1997
ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sánchez ມາ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີລາຊະອານາຈັກ ແອັດສະປາຍ Pedro Sánchez ໄດ້ມາ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(ພາບ: TTXVN)

        ຕອນຄ່ຳວັນທີ 08 ເມສາ, ທ່ານນາຍົກລັດຖະມົນຕີລາຊະອານາຈັກ ແອັດສະປາຍ Pedro Sánchez ໄດ້ມາ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ແຕ່ວັນທີ 08 – 10 ເມສາ.

        ນີ້ແມ່ນຄັ້ງທຳອິດທ່ານນາຍົກລັດຖະມົນຕີ ແອັດສະປາຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1997 ແລະ ກໍ່ແມ່ນການຢ້ຽມຢາມຢ່າງເປັນທາງການຂອງການນຳຂັ້ນສູງລັດ ແອັດສະປາຍ ນັບແຕ່ເມື່ອການຢ້ຽມຢາມຂອງເຈົ້າຊີວິດ Juan Carlos ແລະ ພະມາເຫສີ Sofia ໃນປີ 2006. ການຢ້ຽມຢາມແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ການຮ່ວມມືອັນດີງາມລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ຈາກດ້ານການເມືອງ ຕະຫຼອດຮອດເສດຖະກິດ, ການຄ້າ - ການລົງທຶນ, ວັດທະນະທຳ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ ແລະ ຄົມມະນາຄົມຂົນສົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ