ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໂຮນ​ລັງ ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານ ນາຍົກລັດຖະມົນຕີ ລາຊະອານາຈັກໂຮນລັງ ແມ່ນເຫດການສຳຄັນໃນການສ້າງບາດກ້າວພັດທະນາໃຫມ່ຂອງການພົວພັນສອງຝ່າຍ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໂຮນ​ລັງ ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Mark Rutte ນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ (ພາບ: TTXVN)

ວັນທີ 9 ເມສາ, ທ່ານ Mark Rutte ນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ. ໃນສະພາບການການພົວພັນ ລະຫວ່າງ ຫວຽດນາມ - ໂຮນລັງ ພວມມີການພັດທະນາຢ່າງດີງາມນັ້ນ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານ ນາຍົກລັດຖະມົນຕີ ລາຊະອານາຈັກໂຮນລັງ ແມ່ນເຫດການສຳຄັນໃນການສ້າງບາດກ້າວພັດທະນາໃຫມ່ຂອງການພົວພັນສອງຝ່າຍ. ນີ້ແມ່ນໂອກາດເພື່ອໃຫ້ບັນດາການນຳຂັ້ນສູງສອງປະເທດແລກປ່ຽນມາດຕະການຮັດແໜ້ນການພົວພັນດ້ານການເມືອງ - ການຕ່າງປະເທດ, ເພີ່ມທະວີການຮ່ວມມືດ້ານການຄ້າ - ການລົງທຶນ ແລະ ເຮັດໃຫ້ບັນດາຂອບເຂດການຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍເລິກເຊິ່ງກວ່າອີກ, ພິເສດໃນສອງຂົງເຂດແມ່ນ ຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການຄຸ້ມຄອງນ້ຳ ແລະ ກະສິກຳແບບຍືນຍົງ ແລະ ການຄ້ຳປະກັນດ້ານສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ