ທ່ານນາຍົກລັດຖະມົນຕີAlgeriaຍ້ອງຍໍສັນລະເສີນຄວາມປີຊາສາມາດຂອງພົນເອກຫວໍ້ງວຽນຢາບ

ທ່ານນາຍົກລັດຖະມົນຕີAlgeriaຍ້ອງຍໍສັນລະເສີນຄວາມປີຊາສາມາດຂອງພົນເອກຫວໍ້ງວຽນຢາບ - ảnh 1
ພົນ​ເອກ​ຫວໍ້​ງວຽນຢາ​ບ ແລະ ທ່ານAbdelaziz Bouteflikaປະທານາທິບໍດີ Algeria
ພາບ:internet

(vovworld)- ​​ທ່ານ​ນາຍົກລັດຖະມົນຕີ Algeria Abdelmalek Sellal ​ເອີ້ນ​ພົນ​ເອກ​ຫວໍ້​ງວຽນຢາ​ບ ​ແມ່ນ“ຫນຶ່ງ​ໃນ​ບັນດາ​ນັກ​ປະຕິວັດ​ຍິງ​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ” ​ແລະ ​ແມ່ນ​ ​ວິລະ​ຊົນ​ຜູ້ຍິ່ງ​ໃຫຍ່​ໄດ້​ສ້າງ​​ເປັນຂີດ​ໝາຍ​ໃຫ້​ແກ່​ສັດຕະວັດ​ຜ່ານ​ມາ. ​ເມື່ອ​​ໂອ້​ລົມ​ກັບ​ທ່ານ ຫວູວັນ​ຮຽບ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ Algeria, ທ່ານ​ນາຍົກລັດຖະມົນຕີ Algeria Abdelmalek Sellal ຕີ​ລາຄາ​ສູງ​ຄວາມ​ປິ​ຊາ​ສາມາດດ້ານ​ການ​ທະຫານ ​ແລະ ສິລະ​ຍຸດ​ໃນການ​ຕໍ່​ສູ້​ປະຕິວັດ​ຂອງ​ພົນ​ເອກ ຫວໍ້​ງວຽນຢາ​ບ. ​ ທ່ານ​ນາຍົກລັດຖະມົນຕີ Algeria Abdelmalek Sellal ຢືນຢັນ​ວ່າ: ພົນ​ເອກ ຫວໍ້​ງວຽນຢາ​ບ ​ໄດ້​ຊ່ວຍ​ບັນດາ​ນັກ​ປະຕິວັດ Algeria ຮຳ່ຮຽນ​ໄດ້​ຫລາຍ​ສິ່ງ​ຫລາຍ​ຢ່າງ, ພິ​ເສດ ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ດຳ​ເນີນ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ. ທ່ານ​ເວົ້າ​ວ່າ: ຊາວ Algeria ຈະ​ຮຳ່ຮຽນ​ເອົາ​ບົດຮຽນ​ທັງ​ໝົດ​ຂອງ​ເພີ່ນ ​ເພາະວ່າ ຍັງ​ຕ້ອງການ​ເຖິງ​ບັນດາ​ບົດ​ຮຽນ​ຂອງ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ. ທ່ານ​ນາຍົກລັດຖະມົນຕີ Sellal ​ເວົ້າ​ຕື່ມ​ອີກ​ວ່າ: ຊາວ Algeria ຫລາຍ​ຄົນ, ​ນັບ​ທັງ ຜູ້​ເຖົ້າ​ຜູ້​ແກ່​ຕະຫລອດ​ຮອດ​ລຸ້ນຫນຸ່ມ ​ລ້ວນ​ແຕ່​ຮູ້ຈັກ​ເຖິງພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ແລະ ຮັ​ກ​ແພງ​, ​ເຄົາລົບ​ນັບຖື​ເພີ່​ນ ​ເພາະວ່າ ພົນ​​ເອກ​ຍັງ​ຄົງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນັກ​ວິລະ​ຊົນ​ຜູ້ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ການ​ປະຕິວັດ ຫວຽດນາມ.

ຂ່າວ/ບົດ​ອື່ນ