ທ່ານນາຍົກລັດຖະມົນຕີຕ້ອນຮັບນັກລົງທຶນຟີລິບປິນໃຫຍ່ຢູ່ຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ, ພ້ອມທັງປາດຖະໜາຢາກຮັບຟັງບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເຊິ່ງກຸ່ມບໍລິສັດພວມປະສົບ ເມື່ອເຄື່ອນໄຫວຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກລົງທຶນຟີລິບປິນໃຫຍ່ຢູ່ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ຕ້ອນຮັບ

ທ່ານ Lance Y.Gokongwei, ຜູ້ອຳນວຍການໃຫຍ່ບໍລິສັດ JG Summit Holdings

(ພາບ: VGP)

ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Lance Y.Gokongwei, ຜູ້ອຳນວຍການໃຫຍ່ບໍລິສັດ JG Summit Holdings ຂອງຟີລິບປິນ, ເຊິ່ງແມ່ນໜຶ່ງໃນບັນດາວິສາຫະກິດຂອງຟີລິບປິນ ທີ່ມີການລົງທຶນໃຫຍ່ທີ່ສຸດເຂົ້າຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ, ພ້ອມທັງປາດຖະໜາຢາກຮັບຟັງບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເຊິ່ງກຸ່ມບໍລິສັດພວມປະສົບ ເມື່ອເຄື່ອນໄຫວຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ພວມກ້າວໄປເຖິງເລື່ອງ ບໍ່ນຳໃຊ້ຜະລິດຕະພັນຢາງປລາດສະຕິກ ທີ່ນຳໃຊ້ເທື່ອໜຶ່ງ ແລະ ປາດຖະໜາກຸ່ມບໍລິສັດຈະເຂົ້າຮ່ວມຄວາມມານະພະຍາຍາມດັ່ງກ່າວ.

        ສ່ວນທ່ານ Lance Y.Gokongwei ສະແດງຄວາມປາດຖະໜາຢາກລົງທຶນພັດທະນາຂະແໜງຊາຂອງຫວຽດນາມ, ເຂົ້າຮ່ວມສະຫະພັນບັນດາວິສາຫະກິດຕ້ານຂີ້ເຫຍື້ອຢາງປລາດສະຕິກເສດເຫຼືອ, ເຂົ້າຮ່ວມບັນດາໂຄງການອຸດສາຫະກຳ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ