ທ່ານນາຍົກລັດຖະມົນຕີຕ້ອນຮັບເອກອັກຄະລັດຖະທູດ ປານາມາ ແລະ ບັງກຼາເທດມາຮັບໜ້າທີ່ການທູດຢູ່ຫວຽດນາມ

ທ່ານນາຍົກລັດຖະມົນຕີຕ້ອນຮັບເອກອັກຄະລັດຖະທູດ ປານາມາ ແລະ ບັງກຼາເທດມາຮັບໜ້າທີ່ການທູດຢູ່ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສ.ປາ​ນາມາ
(ພາບ: VGP)


(vovworld) – ທີ່​ສຳນັກງານ​ລັດຖະບານ, ຕອນ​ບ່າຍ​ວັນ​ທີ 21/01, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສ.ປາ​ນາມາ Servio Sammodio. ຊົມ​ເຊີນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ປາ​ນາມາ ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ, ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ບົນ​ພື້ນຖານ​ການຮ່ວມ​ມືດ້ານ​ການ​ເມືອງ, ການ​ທູດ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ຫວຽດນາມ ​ແລະ ປາ​ນາມາ ຕ້ອງ​ຊຸກຍູ້ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ້ຫຼາຍ​ກວ່າ​ອີກ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້ 2 ຝ່າຍລົງ​ນາມ​ໃນ​ສັນຍາ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ການ​ລົງທຶນ​; ສັນຍາຕ້ານ​ການ​ເກັ​ບພາສີ​ຊ້ອນ​ໂດຍ​ໄວ; ​ເພີ່ມ​ທະວີການ​ສົມທົບ​ກັນ, ສະໜັບສະໜູນ​ຫຼັກ​ໝັ້ນ​ເປັນ​ທຳ​ຂອງ​ກັນ​​ໃນ​ເວທີ​ປາ​ໄສ​ສາກົນ​ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ ກໍ່​ຄື​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນກວ່າ​ອີກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ

ທ່ານນາຍົກລັດຖະມົນຕີຕ້ອນຮັບເອກອັກຄະລັດຖະທູດ ປານາມາ ແລະ ບັງກຼາເທດມາຮັບໜ້າທີ່ການທູດຢູ່ຫວຽດນາມ - ảnh 2
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດບັງ​ກຼາ​ເທດ
(ພາບ: VGP)


ທີ່​ການ​ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດບັງ​ກຼາ​ເທດ Shahab, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ພ້ອມ​ກັບບັງ​ກຼາ​ເທດ ສືບ​ຕໍ​່ນຳ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ​ໃນທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​​ໃນການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ, ​ແລກປ່ຽນ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ, ລັດຖະບານ​ຫວຽດນາມ ຊົມ​ເຊ​ີຍ​ເລື່ອງ​ຕ້ອນຮັບ​ທ່ານ​ປະທານາທິບໍດີ​ບັງ​ກຼາ​ເທດ ມາ​ຢ້ຽມຢາມ​ຫວຽດນາມ ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ