ທ່ານນາຍົກລັດຖະມົນຕີລາວ ຕ້ອນຮັບ ຄະນະຜູ້ແທນອະດີດຜູ້ຊ່ຽວຊານດ້ານການສຶກສາຫວຽດນາມ

ທ່ານນາຍົກລັດຖະມົນຕີລາວ ຕ້ອນຮັບ ຄະນະຜູ້ແທນອະດີດຜູ້ຊ່ຽວຊານດ້ານການສຶກສາຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີລາວ ​ຕ້​ອນຮັບ​ຄະນະ​ຜູ້​ແທນ​​​
ອະດີດ​ຜູ້​ຊ່ຽວຊານ​ດ້ານ​ການ​ສຶກສາ​ຫວຽດນາມ
(ພາບ: vietnamplus.vn)


(vovworld) -     ວັນ​ທີ 22/01, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ, ​ໄດ້​ໃຫ້ການ​ຕ້​ອນຮັບ​ຄະນະ​ຜູ້​ແທນ​​​ອະດີດ​ຜູ້​ຊ່ຽວຊານ​ດ້ານ​ການ​ສຶກສາ​ຫວຽດນາມ ທີ່​ພວມຢ້ຽມຢາມ​ລາວ​ ໃນ​ລະຫວ່າງ​ວັນ​ທີ 21 – 27/1, ທ່ານ​ນາຍົກລັດຖະມົນຕີລາວ ​ໄດ້ຕີ​ລາ​ຂາ​ສູງ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ການ​ສຶກສາ​ຫວຽດນາມ ທີ່​ໄດ້​ມີ​ການປະກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ວຽກ​ງານ​ສຶກສາ​ບັນດາ​ລຸ້ນ​ພະນັກງານ​ຂອງ​ລາວ. ​ໂດຍແມ່ນ​ຜູ້​ທີ່​ເຄີຍ​ຮໍ່າຮຽນ​ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຢືນຢັນ​ວ່າ ບັນດາ​ນັກຮຽນ​ລຸ້ນຕ່າງໆ​ຂອງ​ລາວ ຍາມ​ໃດ​ກໍ​ຄິດ​ຮອດ​ຄິດ​ເຖິງ​ນ້ຳ​ໃຈຮັກ​ແພງ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ຄູ​ອາຈານ​ຫວຽດນາມ ທີ່​ມີຕໍ່​ບັນດາ​ນັກ​ສຶກສາລາ​ວ. ຕາມ​ທ່ານ​ນາຍົກລັດຖະມົນຕີ​ລາວແລ້ວ, ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ 2 ປະ​ເທດ​ແມ່ນ​ປະຖົມປັນ​ໃຈທີ່ສຳຄັນ​ເພື່ອ​ເພີ່ມ​ທະວີ​ນ້ຳໃຈ​ສາມັກຄີ ​ແລະ ການຮ່ວມ​ມືບໍ່​ພຽງ​ແຕ່​ໃນ​ອະດີດຕະການ, ປະຈຸ​ບັນ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ອະນາຄົດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ