ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບການນໍາບັນດາກຸ່ມບໍລິສັດຂະໜາດໃຫຍ່ ຢູ່ ແຂວງເງະອານ

(VOVWORLD) -ກົດໝາຍຫວຽດນາມ ຍາມໃດກໍປົກປ້ອງສິດຊັບສົມບັດ, ສິດພົນລະເມືອງ, ນັກລົງທຶນ ແລະ ຖືບັນດາພາກສ່ວນເສດຖະກິດເປັນສໍາຄັນ, ໃນນັ້ນ ຖືເສດຖະກິດພາກເອກະຊົນ ແມ່ນກໍາລັງໜູນສໍາຄັນຂອງການພັດທະນາ. 

ເນື່ອງໃນໂອກາດເຂົ້າຮ່ວມການພົບປະບັນດານັກລົງທຶນ ຍາມຕົ້ນລະດູບານໃໝ່ ປີກຸນ 2019 ຕອນເຊົ້າວັນທີ 23 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບການນໍາບັນດາກຸ່ມບໍລິສັດແຖວໜ້າຂອງປະເທດ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບການນໍາບັນດາກຸ່ມບໍລິສັດຂະໜາດໃຫຍ່ ຢູ່ ແຂວງເງະອານ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ການນໍາບັນດາວິສາຫະກິດ ຖ່າຍຮູບເປັນທີ່ລະນຶກ (ພາບ: VGP)

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ກົດໝາຍຫວຽດນາມ ຍາມໃດກໍປົກປ້ອງສິດຊັບສົມບັດ, ສິດພົນລະເມືອງ, ນັກລົງທຶນ ແລະ ຖືບັນດາພາກສ່ວນເສດຖະກິດເປັນສໍາຄັນ, ໃນນັ້ນ ຖືເສດຖະກິດພາກເອກະຊົນ ແມ່ນກໍາລັງໜູນສໍາຄັນຂອງການພັດທະນາ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່່າ ບັນດານັກລົງທຶນພາຍໃນປະເທດ ຈະເສີມຂະຫຍາຍນໍ້າໃຈຮັກຊາດ, ສືບຕໍ່ລົງທຶນຢູ່ ເງະອານ ແລະ ບັນດາທ້ອງຖິ່ນ ໃຫ້ຫຼາຍກວ່າອີກ ເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ຕາມນັ້ນແລ້ວ, ຄວນໝູນໃຊ້ເຕັກໂນໂລຢີຕ່າງໆທີ່ທັນສະໄໝຂອງການປະຕິວັດອຸດສາຫະກໍາ 4.0, ສ້າງບັນດາເຄື່ອງໝາຍການຄ້າໃຫຍ່ລະດັບຊາດ ແລະ ໂລກ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບການນໍາບັນດາກຸ່ມບໍລິສັດຂະໜາດໃຫຍ່ ຢູ່ ແຂວງເງະອານ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານກຸ່ມບໍລິສັດ WHA (ພາບ: chinhphu.vn)

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບກຸ່ມບໍລິສັດໃຫຍ່ລະດັບໂລກ ທີ່ລົງທຶນເຂົ້າຫວຽດນາມ ຄື: ຜູ້ອໍານວຍການໃຫຍ່ບໍລິສັດ Misubishi Corporation; ຮອງປະທານຜູ້ປະຈໍາການບໍລິສັດໃຫຍ່ ຮ່ວມທຸລະກິດເຂດອຸດສາຫະກໍາ ຫວຽດນາມ - ສິງກະໂປ ແລະ ຮອງປະທານກຸ່່ມບໍລິສັດ WHA ຂອງໄທ.


ຕອບກັບ

ຂ່າວ/ບົດ​ອື່ນ