ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຮ່ວມລາຍການເດີນແຟຊັນ Walk the Talk

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ເຂົ້າຮ່ວມລາຍການດັ່ງກ່າວ.

ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte, ຕອນຄໍ່າວັນທີ 9 ເມສາ, ສະຖານທູດລາຊະອານາຈັກ ໂຮນລັງ ປະຈໍາຫວຽດນາມ ໄດ້ສົມທົບກັບ ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ອົງການ ແຟຊັນ Fair Wear Foundation ແລະ ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ (NextGEN) ຮ່າໂນ້ຍ ຈັດຕັ້ງການເດີນໂຊແຟຊັນ “Walk the Talk” ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ເຂົ້າຮ່ວມລາຍການດັ່ງກ່າວ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຮ່ວມລາຍການເດີນແຟຊັນ Walk the Talk - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ເຂົ້າຮ່ວມລາຍການ (ພາບ: hanoimoi.com.vn)

        ທີ່ລາຍການ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ເນັ້ນໜັກວ່່າ, ໜຶ່ງໃນບັນດາຂະແໜງເສດຖະກິດໃຫຍ່ຂອງຫວຽດນາມ ແມ່ນ ຕໍ່າແຜ່ນຕັດຫຍິບ. ຊາວ ໂຮນລັງ ຫຼາຍຄົນ ໄດ້ນຸ່ງເຄື່ອງທີ່ຜະລິດຢູ່ຫວຽດນາມ. ຢູ່ຫວຽດນາມ, ຂະແໜງຕໍ່າແຜ່ນຕັດຫຍິບ ໄດ້ສ້າງວຽກເຮັດງານທໍາໃຫ້ແຮງງານຫຼາຍຄົນ, ພິເສດແມ່ນແມ່ຍິງ. ຕາມ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ແລ້ວ, ການປ່ຽນແປງໃໝ່, ປະດິດຄິດສ້າງ ຈະຊ່ວຍຫຼຸດຜ່ອນປະລິມານສິ່ງເສດເຫຼືອ ແລະ ປະຢັດນໍ້າ. ດັ່ງນັ້ນ, ບັນດາເຄື່ອງໝາຍການຄ້າຂອງໂຮນລັງໄດ້ດໍາເນີນຜະລິດຢູ່ຫວຽດນາມ ເຮັດໃຫ້ບັນດາບໍລິສັດຂອງໂຮນລັງມີກໍາລັງໜູນຢ່າງຈະແຈ້ງເພື່ອມີການກະທໍາ.

        ຜ່ານລາຍການເດີນໂຊແຟຊັນ Walk the Talk ໄດ້ສະແດງໃຫ້ເຫັນວິທີການຮ່ວມມືຂອງໂຮນລັງ - ຫວຽດນາມ ເພື່ອແນໃສ່ຊຸກຍູ້ການປະພຶດໃນການດໍາເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບໃນຂະແໜງອຸດສາຫະກໍາຕໍ່າແຜ່ນຕັດຫຍິບ ແລະ ໄດ້ຮັບແຫຼ່ງບັນດານໃຈຈາກບັນດາການອອກແບບແຟຊັນໃໝ່ລ້າສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ