ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະການນຳສາມແຂວງພາກກາງອັກຊັງຕີນ

(VOVWORLD) -ຕອນບ່າຍວັນທີ 1 ມິຖຸນາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອບຮັບຄະນະການນຳສາມແຂວງພາກກາງ ອັກຊັງຕີນ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະການນຳສາມແຂວງພາກກາງອັກຊັງຕີນ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະການນຳສາມແຂວງພາກກາງອັກຊັງຕີນ

ພາບ:vietnam+

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍຄະນະການນຳຂັ້ນສູງສາມແຂວງ ພາກກາງ ອັກຊັງຕີນ ໄດ້ມາຢ້ຽມຢາມຫວຽດນາມ ກົງກັບໂອກາດສອງປະເທດພວມສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກຢ່າງແຮງເຖິງຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບການຮ່ວມມືສອງປະເທດແມ່ນໃຫຍ່ຫລວງ, ຄວນໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ.

ທ່ານ R. Mi-ghen- ຜູ້ວ່າການແຂວງ Santa Fe ໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້ ຄະນະຢາກສ້າງໂຄງການຮ່ວມມືສອງຝ່າຍກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ