ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດ Tokyo Gas

(VOVWORLD) -ຕອນບ່າຍວັນທີ 15 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Michiaki Hirose, ຜູ້ອຳນວຍການໃຫຍ່ບໍລິສັດ Tokyo Gas, ປະເທດຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດ Tokyo Gas - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດ Tokyo Gas

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ການຮ່ວມມືດ້ານນ້ຳມັນອາຍແກັດ ແມ່ນໜຶ່ງໃນບັນດາບຸລິມະສິດໃຫຍ່ທີ່ສຸດໃນການຮ່ວມມືດ້ານເສດຖະກິດຫວຽດນາມ ແລະ ຍີ່ປຸ່ນ; ພ້ອມທັງປາດຖະໜາວ່າ Tokyo Gas ຈະເປີດກວ້າງການທຳມາຫາກິນຢ່າງຍາວນານຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ດ້ວຍຄວາມປາດຖະໜາ ຍີ່ປຸ່ນ ຈະແມ່ນຄູ່ຮ່ວມມື FDI ໃຫຍ່ກວ່າໝູ່ຢູ່ຫວຽດນາມ, ຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ບັນດາຊ່ອງຮ່ວມມືວິສາຫະກິດ 2 ປະເທດ, ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຍີ່ປຸ່ນ ລົງທຶນ, ຕິດພັນກັບການເຕີບໂຕຂຽວເຂົ້າໃນບັນດາໂຄງການລົງທຶນພື້ນຖານໂຄງລ່າງຄຸນນະພາບສູງ, ທາງຄົມມະນາຄົມ, ເຂົ້າຮ່ວມການຫັນລັດວິສາຫະກິດເປັນຫຸ້ນສ່ວນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ…

ຕອບກັບ

ຂ່າວ/ບົດ​ອື່ນ