ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມມົງໂກນຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມມົງໂກນຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
 ແລະ ພັນ​ລະ​ຍາໄປ​ຢ້ຽມ​ຢາມ ມົງ​ໂກນ
(ພາບສຳນັກຂ່າວສານຫວຽດນາມ)


(vovworld) –​  ໂດຍ​ຮັບຄຳ​ເຊີນ ຂອງ ທ່ານ Tsakhiagiin Elbegdorj ​ປາ​ທາ​ນາ​ທິ​ບໍ​ດີ​ມົງ​ໂກ​ນ ແລະ ທ່ານ​ Jagaltulga Erdenebat ນາ​ຍົກ​ລັດ​ຖະ​ມົນ​ຕີ​ມົງ​ໂກ​ນ, ຕອນ​ເຊົ້າ​ວັນ​ທີ 13/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​​ລັດ​ຖະ​ບານຫວຽດ​ນາມ ​ໄດ້ອອກ​ຈາກ​ຮ່າ​ໂນ້ຍ, ເດີນ​ທາງໄປ​ຢ້ຽມ​ຢາມ ມົງ​ໂກນແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊີ-ເອີ​ລົບ ຄັ້ງ​ທີ 11 ຢູ່​ນະ​ຄອນຫຼວງ Ulan Bator, ​ປະ​ເທດມົງ​ໂກ​ນ ​ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​​ດຳ​ເນີນ​ ໃນລະ​ຫວ່າງວັນ​ທີ 13-16/7/2016.

        ການ​ຢ້ຽມ​ຢາມ ມົງ​ໂກນ ​ຂອງ ​ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ຢ່າງ​ເປັນ​ທາງ​ການໃນ​ຄັ້ງ​ນີ້ ເປັນ​ໂອ​ກາດ ເພື່ອ​ໃຫ້​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ບັນ​ດາ​ທິດ​ທາງ ແລະ ມາດ​ຕະ​ການ​ໃຫຍ່​ຊຸກ​​ຍູ້ກ​ການ​ພົວ​ພັນ​ສອງ​ປະ​ເທດ, ​ຮັກ​ສາ​ສາຍ​ພົວ​ພັນ​ດ້ານ​ການ​ເມືອງ, ພ້ອມ​ກັນ​ຊອກ​ຫາ ມາດ​ຕະ​ການ​ທີ່ເໝາະ​ສົມ​ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ​ກະສິ​ກຳ, ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ ລະ​ຫວ່າງ ຫວຽດ​ນາມ ແລະ ມົງ​ໂກນ. ພາຍຫຼັງ​ມ​ີ​ການຢ້ຽມ​ຢາມ​ມົງ​ໂກ​​ນ ຢ່າງ​ເປັນ​ທາງ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈະ​ໄດ້ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​​ສຸດຍອດ ASEM ຄັ້ງ​ທີ 11. ການ​ທີ່​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ASEM ຄັ້ງ​ທີ 11 ແມ່ນເພື່ອ​ແນ​ໃສ່​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ ​ການພົວ​ພັນ​ຕ່າງ​ປ​ະ​ເທດຫຼາຍ​ຝ່າຍ ຢ່າງ​​ແຂງແຮງ; ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມ ທີ່​ຫວຽດ​ນາມ​ນຳ​ໜ້າ​ລິ​ເລີ່ມ ເຊັ່ນ: “ການ​ເຈ​ລະ​ຈາ ASEM  ກ່ຽວ​ກັບ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”, ການ​ຮ່ວມ​ມື​ແກ້​ໄຂ​ແຫຼ່ງ​ນ້ຳ (2015), ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ການ​ພົບ​ປະ​ແລກ​ປ່ຽນ​ຊາວ​ໜຸ່ມ ແລະ ທັກສະ​ຂຽວ 2016.

 

ຂ່າວ/ບົດ​ອື່ນ