ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມກ່ຽວກັບການຮ່ວມືດ້ານການຄ້າຫວຽດນາມ-EU

(VOVWORLD) -ຕອນເຊົ້າວັນທີ 14 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກັບບາງກະຊວງ, ຂະແໜງການເພື່ອຕີລາຄາໝາກຜົນການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນນາມ ແລະ ສະຫະພາບເອີລົບ (EU) ໃນໄລຍະຜ່ານມາ, ກໍ່ຄືກຳນົດທິດຊຸກຍູ້ການຮ່ວມມືກັບຄູ່ຮ່ວມມືສຳຄັນນີ້.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມກ່ຽວກັບການຮ່ວມືດ້ານການຄ້າຫວຽດນາມ-EU - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)

ໃນໄລຍະຜ່ານມາ, ການພົວພັນດ້ານການຄ້າລະຫວ່າງຫວຽດນາມ - EU ໄດ້ຮັບການພັດທະນາຢ່າງວ່ອງໄວ, ດ້ວຍວົງເງິນການຄ້າ 2 ຝ່າຍບັນລຸປະມານ 50 ຕື້ USD ໃນປີ 2017, ປະຈຸບັນ EU ແມ່ນຄູ່ຄ້າລາຍໃຫຍ່ອັນດັບທີ 3 ຂອງຫວຽດນາມ.

      ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳບັນດາກະຊວງຄວນສຸມໃສ່ການເຮັດວຽກກັບບັນດາອົງການຂອງ EU ເພື່ອຍູ້ໄວຄວາມຄືບໜ້າໃນການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - EU (EVFTA), ສູ້ຊົນຈະສຳເລັດໃນທ້າຍປີ 2018. ຈາກນັ້ນ, ເປີດຂອບເຂດການຮ່ວມມືຢ່າງກວ້າງໃຫຍ່, ສ້າງບາດກ້າວບຸກທະລຸກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ - EU ຍິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ