ທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຜູ້ພິພາກສາສານສູງສຸດອາເມລິກາ

ທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຜູ້ພິພາກສາສານສູງສຸດອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ
 ທ່ານນາງ Ruth Bader Ginsburg
(ພາບ: VGP/NhatBac)

(vovworld) - ​ ລັດຖະບານ, ບັນດາ​ກະຊວງ ຂະ​ແໜງ​ການ​ຂອງ ຫວຽດນາມ ຈະ​ມາ​ນາ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ສົມທົບກັບ​ຝ່າ​ຍ ອາ​ເມ​ລິ​ກາ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ປະ​ເທດບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ຫາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟູ​ຈ້ອງ ຢ່າງ​ມີ​ປະສິດທິ​ຜົນ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ທີ່​ການ​ຕ້ອນຮັບ​ຜູ້​ພິພາກສາ​ສານ​ສູງ​ສຸດ ອາ​ເມ​ລິ​ກາ ທ່ານນາງ Ruth Bader Ginsburg ​ໃນ​ຕອນ​ບ່າຍ​ວັນ​ທີ 10/8 ຢູ່​ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ປາດ​ຖະໜາ​ວ່າ: ອົງການ​ສານ​ຂອງ 2 ປະ​ເທດ​ຈະສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງມີ​ປະສິດ​ທິຜົນ, ພິ​ເສດ​ແມ່ນ​ແບ່ງປັນ​ບົດຮຽນ ​ແລະ ຮ່ວມ​ມື​ບຳລຸງ​ສ້າງ​ໃນ​ຂົງ​ເຂດ​ຕຸລາການ, ຜ່ານ​ນັ້ນ ປະກອບສ່ວນຢ່າງ​ຕັ້ງໜ້າເຂົ້າ​​ໃນ​ໝາກຜົນ​​ແຫ່ງການ​ຮ່ວມ​ມື​ລວມລະຫວ່າງ 2 ປະ​ເທດ​ໃນ​ທຸກຂົງ​ເຂດ​.

           ສ່ວນທ່ານນາງ Ruth Bader Ginsburg ກໍ່ຕີ​ລາຄາ​ສູງ​ບັນດາ​ໝາກຜົນ ຊຶ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ວຽກ​ງານ​ປະຕິ​ຮູ້ດ້ານ​ຕຸລາການ, ກໍ່ສ້າງ ​ແລະ ປັບປຸງ​ລະບົບ​ກົດໝາຍ​ກັບ​ຄາດໝາຍ​ສ້າງ​ພື້ນຖານ​ຕຸລາການ​​ໃຫ້​ໜັ້ນຄົງເຂັ້ມ​ແຂງ, ມີ​ປະສິດ​ທິ​ຜົນ, ປະຊາທິປະ​ໄຕ, ​ປອດ​​ໄສ, ຮັກສາ​ຄວາມ​ຍຸຕິ​ທຳ​ ​ແລະ ສິດ​ທິມະນຸດເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ