ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບລັດຖະມົນຕີນະໂຍບາຍເສດຖະກິດຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບລັດຖະມົນຕີນະໂຍບາຍເສດຖະກິດຍີ່ປຸ່ນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ແລະ ທ່ານ Amari Akira ລັດຖະມົນຕີ​ຮັບຜິດຊອບ​ນະ​ໂຍບາຍ​ເສດຖະກິດ​ການ​ເງິນ​ຍີ່​ປຸ່ນ
ພາບ:cpv.org.vn


(vovworld) -  ຕອນ​ບ່າຍ​ວັນ​ທີ 3/5, ທີ່​ການ​ຕ້ອນຮັບ​ທ່ານ Amari Akira ລັດຖະມົນຕີ​ຮັບຜິດຊອບ​ນະ​ໂຍບາຍ​ເສດຖະກິດ​ການ​ເງິນ​ຍີ່​ປຸ່ນ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ​ໝາກຜົນ​ການ​​ເຈລະຈາ​ລະຫວ່າງ​ລັດຖະມົນຕີນະ​ໂຍບາຍ​ເສດຖ​ະກິດ​ການ​ເງິນ​ຍີ່​ປຸ່ນ Amari Akira ​ແລະ ລັດຖະມົນຕີ​ອຸດສາຫະກຳ ​ແລະ​ ການ​ຄ້າ​ຫວຽດນາມ ຫວູຮຸຍຮ່ວາງ ​ແລະ ຖື​ວ່າ: ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ອັນ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ຍີ່​ປຸ່ນ. ທ່ານ​ນາຍົກລັດ​ຖະມົນຕີ​ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ ຍີ່​ປຸ່ນ ​ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກຍູ້​ການ​ລົງທຶ​ນ​ໂດຍ​ກົງ​ເຂົ້າ​ຫວຽດນາມ​ຫລາຍ​ກວ່າ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນດາ​ຜະລິດ​ຕະພັນ​ສິນຄ້າ​ຂອງ​ຫວຽດນາມ​ ​ເຂົ້າ​ຕະຫລາດ​ຍີ່​ປຸ່ນ, ​ເປັນ​ຕົ້ນ​ແມ່ນ​ສິນ​ໃນ​ນ້ຳ, ສິນ​ທະ​ເລ ​ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ໝາກຜົນ​ເປັນ​ຫນ້າ​ຊື່ນ​ຊົມ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ​ກໍ​ຄື​ສືບ​ຕໍ່​ສະຫງວນ​ທຶນ ODA ​ໃຫ້​ແກ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ກໍ​ຢືນຢັນ​ວ່າ​: ຫວຽດນາມ ສະຫນັບສະຫນູນ​ຍີ່​ປຸ່ນ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ເຂດ​ປາຊີ​ຟີ​ກ (TPP), ປາດ​ຖະຫນາ​ຢາກ​ສອງ​ຝ່າຍ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ