ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຮຽກຮ້ອງຕ້ອງຮີບເຮັ່ງກໍ່ສ້າງບັນດາໂຮງໝໍທັນສະໄຫມໃຫມ່ຢູ່ ນະຄອນໂຮ່ຈິມີນ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຮຽກຮ້ອງຕ້ອງຮີບເຮັ່ງກໍ່ສ້າງບັນດາໂຮງໝໍທັນສະໄຫມໃຫມ່ຢູ່ ນະຄອນໂຮ່ຈິມີນ - ảnh 1

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ເຂົ້າ​ຮ່ວມ​ພິ​ທີ​ລົງ​ມືກໍ່​ສ້າງ​ໂຮງ​ໝໍ​ເດັກ ນະ​ຄອນ​ໂຮ່​ຈິມີນ
ພາບ:nguyentandung.org

(vovworld -​ ຕອນ​ເຊົ້າ​ວັນ​ທີ 6/12, ຢູ່ ເມືອງ ບີງ​ແຈງ ນະ​ຄອນ ໂຮ່​ຈິ​ມີນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ລົງ​ມືກໍ່​ສ້າງ​ໂຮງ​ໝໍ​ເດັກ ນະ​ຄອນ​ໂຮ່​ຈິມີນ. ນີ້​ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ​ໂຮງ​ໝໍ 5 ແຫ່ງ ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຂໍ້​ຕົກ​ລົງ​ຊື່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊັນ​ອະ​ນຸ​ມັດ ເພື່ອ​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ການກວດ​ແລະ​ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່​ປະ​ຊາ​ຊົນ, ຫລຸດ​ຜ່ອນ​ສະ​ພາບ​ຄົນ​ເຈັບ​ມາ​ປິ່ນ​ປົວ​ຢູ່​ບັນ​ດາ​ໂຮງ​ໝໍ​ສູນ​ກາງ​ເກີນ​ຂອບ​ເຂດ ຢູ່​ນະ​ຄອນ​ໂຮ່​ຈິ​ມີນ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຮຽກ​ຮ້ອງ​ບັນ​ດາ​ກາ​ນ​ນຳ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ນະ​ຄອນ ໂຮ່​ຈິ​ມີນ ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຍູ້​ໄວ​ຄວາມ​ຄືບ​ຫນ້າ​ເພື່ອ​ຜັນ​ຂະ​ຫຍາຍກໍ່​ສ້າງ​ໂຮງ​ໝ​ໍ​ໃຫມ່​ຈຳ​ນວນ​ຫນຶ່ງ​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃສ່​ໃຈ​ວ່າ: ການ​ນຳ​ນະ​ຄອນ​ໂຮ່​ຈິ​ມີນ ຄວນ​ກະ​ກຽມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຢ່າງ​ດີ ເພື່ອ​ຮັບ​ເອົາ ແລະ ນຳ​ໃຊ້​ບັນ​ດາ​ອຸ​ປະ​ກອນ​ການ​ແພດ​ທັນ​ສະ​ໄຫມ, ນຳ​ໂຮງ​ໝ​ໍ​ເດັກ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ສຸດ ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ວຽກ​ງານ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ແກ່​ເດັກ.

ຂ່າວ/ບົດ​ອື່ນ