ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຈລະຈາກັບນາຍົກລັດຖະມົນຕີຍີ່ປຸ່ນShinzo Abe

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຈລະຈາກັບນາຍົກລັດຖະມົນຕີຍີ່ປຸ່ນShinzo Abe - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe

(vovworld)- ຕອນ​ຄ່ຳວັນ​ທີ 4/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ ໂຕ​ກຽວ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ແມ່​ນ້ຳ​ຂອງ - ຍີ່​ປຸ່ນ ຄັ້ງ​ທີ 7 ຢ່າງ​ຈົບ​ງາມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ສອງ​ຝ່າຍ​. ກ່ອນ​ຫນ້ານັ້ນ ຕອນ​ບ່າຍ​ວັນ​ທີ 4/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຈ​ລະ​ຈາ​ກັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe. ນະ​ທີ່ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານ ໄດ້​ເຫັນ​ດີ​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ, ໂອ້​ລົມ​ສົນ​ທະ​ຍາ​ທຸກ​ຂັ້ນ​ເປັນ​ປະ​ຈຳ, ພິ​ເສດ ແມ່ນ​ຂັ້ນ​ສູງ, ເພີ່ມ​ທະ​ວີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ.

        ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຫັນ​ດີ​ສົມ​ທົບ​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງວິ​ໄສ​ທັດ​ໄລ​ຍະ​ກາງ ແລະ ຍາວ ກ່່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ໃຫ້​ສຳ​ເລັດ​ໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຫນູນ​ຊ່ວຍ​ຫວຽດ​ນາມ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ ນັບ​ທັງ​ຄຸນ​ນະ​ພາບ ແລະ ຈຳ​ນວນ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄຸນ​ນະ​ພາບ​ສູງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ກໍ​ໝັ້ນ​ໝາຍ​ສະ​ຫງວນ​ແຫລ່ງ​ທຶນ​ຫນູນ​ຊ່ວຍ​ພັດ​ທະ​ນາ ODA ຢ່າງ​ເປັນ​ທາງ​ການ​ຢູ່​ໃນ​ລະ​ດັບ​ສູງ​ເພື່ອ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ. ທີ່​ການ​ປະ​ຊຸມ​ຂ່າວ​ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ແລະ ຕີ​ລາ​ຄາ​ສູງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ໄດ້​ສະ​ຫນັບ​ສະ​ຫນູນ​ຂໍ້​ສະ​ເຫນີ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ອຸ​ປະ​ຖຳ​ທຶນ ODA ໄລ​ຍະ 1 ປີ 2015 ລວ​ມ​ມູນ​ຄ່າ ປະ​ມານ 300 ຕື້​ເຢັນ(ເທົ່າ​ກັບ 3 ຕື້ USD) ໃຫ້​ແກ່​ບັນ​ດາ​ໂຄງ​ການ​ຕາມ​ຄຳ​ສະ​ເຫນີ​ຂອງ​ຫວຽດ​ນາມ.”

        ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ໂລກ; ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ, ຄວາມ​ປອດ​ໄພ​ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ, ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງບໍ່​ມີ​ການ​ກະ​ທຳ​ກໍ່​ຄວາມ​ສັບ​ສົນ​ຂຶ້ນ​ຕືຶ່ມ ແລະ ເປີດກວ້າງ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ​ຢ່າງ​ເຂັ້ມ​ງວດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຍີ່​ປຸ່ນ Shinzo Abe ຢືນ​ຢັນ​ວ່າ:     “ຂ້າ​ພ​ະ​ເຈົ້າ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ພາບ​ການ​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ພິ​ເສດ​ແມ່ນ​ການ​ກະ​ທຳ​ລຳ​ພັງ​ຝ່າຍ​ດຽວ​ປ່ຽນ​ແປງ​ສະ​ພາບ​ເດີມ ແລະ ກໍ່​ສ້າງ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຂ້າ​ພະ​ເຈົ້າ​ຈະ​ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ໝັ້​ນ​ຄົງ, ຄວາມ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.”

ຂ່າວ/ບົດ​ອື່ນ